ແນວລາວສ້າງຊາດ ບ້ານໂພນໂຮງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 8

 


ຕອນເຊົ້າຂອງວັນທີ 12 ຕຸລາ 2020 ທີ່ຮ້ານອາຫານຊວນແຊ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ແນວລາວສ້າງຊາດ ຄັ້ງທີ 8 ຂອງບ້ານໂພນໂຮງ ຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ນ. ນ້ອຍ ບົວຄຳໂກສີ ຮອງປະທານແນວລາວສ້າງຊາດບ້ານໂພນໂຮງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ວຽງແກ້ວ ສຸວັນນະລາດ ຮອງປະທານແນວລາວສ້າງຊາດເມືອງ, ມີ ອົງການປົກຄອງບ້ານ, ຄະນະພັກຮາກຖານ, ແຂກຖືກເຊີນ ແລະ ສະມາຊິກແນວລາວສ້າງຊາດບ້ານ ເຂົ້າຮ່ວມ.


ບ້ານໂພນໂຮງ ເປັນບ້ານໜຶ່ງ ທີ່ນອນຢູ່ໃນກຸ່ມເທດສະບານ ປະກອບດ້ວຍ 5 ເຜົ່າ ຄື: ເຜົ່າລາວໄຕ, ມົ້ງ, ຜູ້ໄທ, ພວນ ແລະ ເຜົ່າແຖງ, ມີ 268 ຫຼັງຄາເຮືອນ, 330 ຄອບຄົວ, ມີພົນລະເມືອງທັງໝົດ 1.735 ຄົນ, ໄລຍະຜ່ານມາ ແນວລາວສ້າງຊາດບ້ານ ໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ທັງເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ລົງໃກ້ສິດຕິດແທດກັບພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານຂອງຕົນ ຮ່ວມກັບແນວລາວສ້າງຊາດຂັ້ນເມືອງ ແລະ ປະກອບສ່ວນຢ່າງຈິງຈັງ ເຂົ້າໃນການລົງເຄື່ອງໄຫວເຮັດວຽກແນວຄິດກັບພີ່ນ້ອງຊົນເຜົ່າພາຍໃນບ້ານ.

ພາຍຫລັງທີ່ຄະນະກຳມະການແນວລາວສ້າງຊາດຊຸດເກົ່າ ອຳລາໜ້າທີ່, ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງປະທານແນວລາວສ້າງຊາດເມືອງຄຳເກີດ ສະບັບເລກທີ 074/ນສຊ.ມຄກ, ລົງວັນທີ 9 ຕຸລາ 2020 ວ່າດ້ວຍການແຕ່ຕັ້ງຄະນະກຳມະການແນວລາວສ້າງຊາດຂັ້ນບ້ານ ຄື: ທ່ານແສງທອງ ໄຊຍະພອນ ເປັນປະທານ, ທ່ານ ວົງດາລາ ແກ້ວກົງຈັນ, ທ່ານ ຕົງ ລູ່ ຊົ່ງ, ທ່ານ ວັນນີ ສີຫາລາດ ແລະ ທ່ານ ນ. ນ້ອຍ ບົວຄຳໂກສີ ເປັນຮອງປະທານ.

ເພື່ອເປັນການຢັ້ງຢືນເຖີງຜົນງານ ຂອງສະມາຊິກແນວລາວ ທີ່ໄດ້ເຄື່ອນໄຫວວຽກງານໃນໄລຍະຜ່ານມາ ກໍ່ໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານແນວລາວສ້າງຊາດ ຕາງໜ້າມອບໂດຍ ທ່ານ ນ. ວຽງແກ້ວ ສຸວັນນະລາດ ຮອງປະທານແນວລາວສ້າງຊາດເມືອງ.

About admin11