ອົງການກອຍກ່າ ແລະ ສປຊ ລົງຢ້ຽມຢາມທິມງານເກັບກູ້ລະເບີດ ທີ່ເມືອງຄຳເກີດ


ໃນຕອນບ່າຍຂອງວັນທີ 13 ຕຸລາ 2020, ຄະນະຜູ້ແທນຈາກອົງການກອຍກ່າ ແລະ ອົງການສະຫະປະຊາຊາດ ໄດ້ລົງຢ້ຽມຢາມເມືອງຄຳເກີດ ແຂວງບໍລິຄຳໄຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ກີ່ ຊົ່ງລາວ່າງ ຮອງເລຂາພັກເມືອງພ້ອມດ້ວຍຄະນະ.


ຈຸດປະສົງການລົງມາຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອພົບປະ, ໂອ້ລົມກ່ຽວກັບການເກັບກູ້ລະເບີດທີ່ບໍ່ທັນແຕກ ຢູ່ເມືອງຄຳເກີດ ຂອງກອງເກັບກູ້ລະເບີດ 58, ເຊິ່ງ ທ່ານ ກີ່ ຊົ່ງລາວ່າງ ໄດ້ລາຍງານການເກັບກູ້ລະເບີດທີ່ເມືອງຄຳເກີດແຕ່ເດືອນມັງກອນ-ເດືອນກັນຍາ 2020 ວ່າ: ສາມາດປະຕິບັດໄດ້ທັງໝົດ 33 ບ້ານ, ສຳຫຼວດເນື້ອທີ່ໄດ້ທັງໝົດ 389,11 ເຮັກຕ່າ ພົບເຫັນ ແລະ ທຳລາຍລະເບີດຊະນິດ BLU 26 ຈຳນວນ 168 ໜ່ວຍ, ພົບບົ່ມ 20 ປອນ 1 ໜ່ວຍ, ພົບຟິວ FMU54/B 2 ຟິວ, ພົບເຫັນລູກຈະຫຼວດ 2,75 ນິ້ວ 2 ລູກ, ພົບເຫັນຫົວລູກປືນ 20 ມມ 97 ຫົວ, ພົບເຫັນລູກປືນຄົກ 60 ຈຳນວນ 1 ລູກ, ພົບເຫັນຟິວລະເບີດມືຊະນິດ F37 ຈຳນວນ 1 ຟິວ, ພົບເຫັນລູກ RPG 3,75 ອິນ 2 ລູກ, ພົບເຫັນລູກປືນໃຫຍ່ 105 ມມ  1ລູກ ແລະ ພົບເຫັນລະເບີດຊະນິດ BLU3b 1 ໜ່ວຍ.


ຄະນະຜູ້ແທນຈາກອົງການກອຍກ່າ ແລະ ອົງການສະຫະປະຊາຊາດ ພ້ອມດ້ວຍທີມງານ ກໍ່ໄດ້ອອກໄປຊົມກິດຈະກຳໂຄສະນາສຶກສາຄວາມສ່ຽງຈາກທີມງານເກັບກູ້ລະເບີດບໍ່ທັນແຕກ ທີ່ໂຮງຮຽນປະຖົມທົ່ງວຽງຄຳ ແລະ ຊົມການຈູດລະເບີດທີ່ບໍ່ທັນແຕກ ທີ່ສະໜາມການເກັບກູ້ລະເບີດ ບ້ານທົ່ງວຽງຄຳ.

About admin11