ບໍລິຄຳໄຊ ຈູດທຳລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ

   
ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ ( 12 ຕຸລາ 2001 – 12 ຕຸລາ 2020 ) ນີ້ ແຂວງບໍລິຄຳໄຊ ໄດ້ຈັດພິທີຈູດເຜົາທໍາລາຍຢາເສບຕິດຂຶ້ນ ໃນຕອນເຊົ້າວັນທີ 12 ຕຸລາ 2020 ຢູ່ທີ່ສູນດັດສ້າງ-ບຳບັດ ໜອງດົງ, ແຂວງ ບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ  ມີ ຄະນະນຳ ກອງບັນຊາການ ປກສ ແຂວງ, ຄະນະກໍາມາການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ອໍານາດການປົກຄອງບ້ານ ແລະ ພະແນກການ, ທີ່ກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.


ແຂວງ ບໍລິຄໍາໄຊ ເປັນແຂວງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລາມຂອງຢາເສບຕິດ ທີ່ ເປັນຕົ້ນເຫດຂອງການກໍ່ເຫດອາດຊະຍາກໍາ, ປຸ້ນຈີ້, ຊິງຊັບ, ອາລະວາດຕີກັນ ເຮັດໃຫ້ສັງຄົມ, ຄອບຄົວບໍ່ມີຄວມສະຫງົບສຸກ, ສະເພາະຢູ່ ແຂວງບໍລິຄຳໄຊ ໃນໄລຍະ 01 ປີຜ່ານມາ ຄະນະຮັບຜິດຊອບ ກອງບັນຊາການ ປກສ ແຂວງ ໄດ້ລົງໂຄສະນາເຜີຍແຜ່ເອກະສານ, ກົດໝາຍ, ສາລະຄະດີຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໄດ້ 04 ຄັ້ງ, ມີຄົນເຂົ້າຮ່ວມ 1,394 ຄົນ, ຍິງ 743 ຄົນ, ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ທາງເຈົ້າໜ້າ ແລະ ພາກສ່ວນກ່ຽວຂ້ອງໄດ້ເກັບກຳຂໍ້ມູນເປົ້າໝາຍຜູ້ຄ້າ-ຂາຍ, ຜູ້ເສບ, ຜູ້ຜະລິດ, ຂົນສົ່ງ, ຜູ້ປູກ ເພື່ອສັງລວມ, ຊອກວິທີແກ້ໄຂ ແລະ ສາມາດມ້າງລາຍຄະດີຢາເສບຕິດໄດ້ 178 ເລື່ອງ, ຜູ້ຖືກຫາ 205 ຄົນ, ຍິງ 10 ຄົນ, ຕ່າງປະເທດ 02 ຄົນ, ໃນນັ້ນ ມີຄະດີຢາບ້າ 160 ເລື່ອງ ຜູ້ຖືກຫາ 181 ຄົນ, ຍິງ 10 ຄົນ, ຢຶດຂອງກາງຢາບ້າ 4.640.429 ເມັດ, ຄັນຊາ 1.490 ກິໂລກຼາມ, ເຮໂຣອິນ 394,8 ກິໂລກຼາມ, ຢາໄອ 1.333,6 ກິໂລກຼາມ, ຢາຝິ່ນ 11 ກິໂລກຼມ, ຕົ້ນຄັນຊາ 356 ຕົ້ນ, ນ້ຳຢາ 01 ຕຸກ, ຕຸກນ້ຳດຳ 01 ຕຸກ, ປືນສັ້ນປະດິດ 01 ກະບອກ, ປືນແກັບ 06 ກະບອກ, ລູກປືນ 56 ລູກ, ລົດຈັກ 37 ຄັນ.

      ບັນດາຢາເສບຕິດທີ່ນໍາມາທຳລາຍຖິ້ມໃນຄັ້ງນີ້ ມີ ຢາບ້າ ຈໍານວນ 243.654 ເມັດ, ຢາໄອ ຈຳນວນ 1.036,2 ກິໂລກຼາມ, ເຮໂຣອິນ ຈຳນວນ 394,8 ກິໂລກຼາມ, ຄັນຊາແຫ້ງ ຈຳນວນ 2.007 ກິໂລກຼາມ ເຊິ່ງເປັນຂອງກາງຄະດີທີ່ຜ່ານການສືບສວນ-ສອບສວນ, ດຳເນີນຄະດີ ແລະ ຜ່ານການຕັດສິນຢ່າງຖືກຕ້ອງຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍແລ້ວຈຶ່ງນຳມາຈູດທຳລາຍຖີ້ມ.

About admin11