ແຂວງ ຮ່າຕິ້ງ ສສ ຫວຽດນາມ ຈັດພີທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວຫວຽດນາມ ຄົບຮອບ 45 ປີ

ພີທີສະເຫຼີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ ທີ່ແຂວງ ຮ່າຕິ້ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕ້ອນເຊົ້າ ຂອງວັນທີ 30 ສິງຫາ 2022 ຢູ່ສູນວັດທະນະທຳ ແລະ ຮູບພາບແຂວງຮ່າຕິ້ງ, ໃຫ້ກຽດເຂົ້າຮ່ວມພິທີຂອງທ່ານ ຮວ່າງຈຸງຊຸ້ງ ກໍາມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ປະຈໍາແຂວງ ປະທານສະພາປະຊາຊົນແຂວງຮ່າຕິ້ງ, ຕາງໜ້າແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມພິທີດັງກ່າວໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ນອກຈາກນີ້ ຍັງມີບັນດາຄະນະການນໍາຂອງແຂວງສະຫວັນນະເຂດ, ແຂວງຄໍາມ່ວນ, ບໍລິຄໍາໄຊ, ນະຄອນຫລວງ ສປປ ລາວ ຕະຫຼອດຮອດ ຄະນະການນຳແຂວງຮ່າຕິ້ງ, ຊາວໜຸ່ມ, ເຍົາວະຊົນ, ພະນັກງານນັກຮົບປະຕີວັດ ແຂວງຮ່າຕິ້ງ ສສ ຫວຽດນາມ ເຂົ້າຮ່ວມ.

ໃນພິທີ ທ່ານ ຮວ່າງຈຸງຊຸ້ງ ໄດ້ໃຫ້ກຽດຂຶ້ນກ່າວຄໍາປາໃສ ຕໍ່ກັບພິທີສະເຫຼີມສະຫຼອງສອງວັນດັ່ງກ່າວ, ລາວ – ຫວຽດນາມ, ຫວຽດນາມ – ລາວ ເປັນສອງປະເທດບ້ານໄກ້ເຮືອນຄຽງ ທີ່ມີຄວາມຮັກແພງສະໜິດສະໜົມ, ຮ່ວມດື່ມນໍ້າສາຍດຽວກັນ, ຮ່ວມອິງຫຼັງໃສ່ສາຍພູຫຼວງດຽວກັນ, ສອງປະເທດມີສາຍພົວພັນພິເສດໃນຕະຫຼອດໄລຍະປະຫວັດສາດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດອັນຍາວນານ, ກ່ອນໜ້ານີ້ 9 ທົດສະວັດ ດ້ວຍຄວາມມຸ່ງມາດປາຖະໜາຢາກຫຼຸດພົ້ນອອກຈາກແອກປົກຄອງຂອງພວກລ່າເມືອງຂື້ນ, ບັນດານັກຕໍ່ສູ້ປະຕິວັດຂອງສອງປະເທດ ໄດ້ຮ່ວມກັນສ້າງຕັ້ງພັກກອມມິດອິນດູຈີນ ເຊິ່ງເປັນຕົ້ນກໍາເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ.

ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ຂະບວນການຕໍ່ສູ້ຂອງປະຊາຊົນສອງປະເທດໄດ້ແຜ່ຂະຍາຍອອກເປັນວົງກວ້າງ, ນໍ້າໃຈມິດສະຫາຍອ້າຍນ້ອງ ແລະ ຈິດໃຈແຫ່ງການປະຕິວັດອັນແຮງກ້າຂອງປະຊາຊົນສອງປະເທດ ໄດ້ຊ່ວຍໃຫ້ສອງຊາດພວກເຮົາ ຍາດໄດ້ອໍານາດມາສູ່ມືຂອງປະຊາຊົນ ດ້ວຍການກໍາເນີດເປັນລັດຖະບານຫວຽດນາມ ເດືອນກໍລະກົດ 1962, ຕໍ່ໜ້າໄຊຊະນະອັນສະຫງ່າລາສີຂອງການປະຕິວັດລາວ, ສັນຍາເຊີແນວໄດ້ຮັບຮອງເອກະລາດ, ສິດເປັນເຈົ້າ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ຫຼັງຈາກນັ້ນສອງເດືອນຕໍ່ມາ ໃນວັນທີ 5 ກັນຍາ 1962 ລາວ ແລະ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນຢ່າງເປັນທາງການ.

ເປັນເວລາກວ່າໜື່ງທົດສະວັດນັບຈາກນັ້ນ, ກອງທັບ ແລະ ປະຊາຊົນສອງປະເທດ ໄດ້ຮ່ວມຄຽງບ່າຄຽງໄລ່ ຕໍ່ສູ້ຕ້ານພວກຈັກະພັດອາເມລິກາທີ່ເຂົ້າມາຮຸກຮານ, ປີ 1975 ເມື່ອສອງປະເທດຍາດໄດ້ໄຊຊະນະຢ່າງສົມບູນ, ສາຍພົວພັນລະຫວ່າງສອງປະເທດໄດ້ກ່າວເຂົ້າສູ່ໜ້າປະຫວັດສາດອັນໃໝ່, ການຮ່ວມສໍາພັນສູ້ຮົບຕ້ານສັດຕູໂຕດຽວກັນ ໄດ້ກາຍມາເປັນການຮ່ວມມືຮອບດ້ານໃນທຸກຂົງເຂດ, ພາຍໃຕ້ການນໍາຂອງສອງພັກ, ປະຊາຊົນສອງປະເທດໄດ້ຂ້າມຜ່ານອຸປະສັກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແລະ ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການປັບປຸງບູລະນະຜົນກະທົບຈາກສົງຄາມ, ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສັງຄົມນິຍົມ.

ໃນພິທີ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍລິຄໍາໄຊ ຕາງໜ້າໃຫ້ກັບຄະນະຜູ້ແທນຝ່າຍລາວ ໄດ້ໃຫ້ກຽດຂຶ້ນກ່າວຄໍາປາໃສ ບາງຕອນວ່າ: ພາຍໃຕ້ການນໍາພາອັນຖືກຕ້ອງເດັດຂາດ, ຄ່ອງແຄ່ວ, ປະດິດສ້າງ ຂອງພັກກອມມູນິດຫວຽດນາມ ເວົ້າລວມ, ເວົ້າສະເພາະ ຄະນະບໍລິຫານງານພັກແຂວງຮ່າຕິ້ງ ທີ່ສືບທອດແນວຄິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງ ທ່ານປະທານໂຮ່ຈີມິງ, ເພື່ອໃຫ້ບັນລຸຈຸດໝາຍຕາມທີ່ພັກໄດ້ວາງໄວ້ທຸກປະການ, ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າຂອງແຂວງບໍລິຄຳໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ກໍ່ຄື ແຂວງຕ່າງໆຂອງ ສປປ ລາວ ເວລາໃດກໍ່ຢຶດໝັ້ນ ແລະ ຖືເປັນຄວາມຮັບຜິດຊອບຂອງຕົນ ໃນການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ – ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຕະຫຼອດໄປ ດັ່ງບົດກອນອັນເປັນອໍາມະຕະຂອງ ປະທານ ໂຮ່ຈີມິງ ຜູ້ຍິ່ງໃຫຍ່ ທີ່ວ່າ: “ ຮັກຫອມກັນໝາຍໝັ້ນ, ຫຼາຍສັນພູກໍປີນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ, ຂວາງກັ້ນກໍ່ດຸ່ງໄປ ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກໄວ້ໃນໃຈ, ຮົງຫາທັງແມ່ຂອງ ບໍ່ເລິກປູນປານໄດ້ ”, ທ່ານປະທານ ໄກສອນ ພົມວິຫານ ໄດ້ພັນລະນາເຖິງສາຍພົວພັນລາວ-ຫວຽດ ທີ່ວ່າ: “ ເຖິງພູຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ ”, ສົມເດັດເຈົ້າ ສຸພານຸວົງ ໄດ້ພັນລະນາເຖິງສາຍພົວພັນລາວ-ຫວຽດນາມ ໄວ້ວ່າ: “ ສາຍພົວພັນມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນຊາວຫວຽດນາມ ແມ່ນຍິ່ງໃຫຍ່ມະຫາສານ ເຊິ່ງບໍ່ມີບົດເພງ ແລະ ບົດກະວີໃດໆ ທີ່ຖືວ່າມ່ວນທີ່ສຸດຈະພັນລະນາໃຫ້ໝົດໄດ້, ມິດຕະພາບດັ່ງກ່າວສູງກວ່າພູຜາ, ຍາວຍິ່ງກວ່າແມ່ນ້ຳ, ກວ້າງຍິ່ງກວ່າທະເລຫຼວງ, ງາມຍິ່ງກວ່າເດືອນເພັງ, ຫອມຫວນຍິ່ງກວ່າດອກໄມ້ທີ່ຫອມທີ່ສຸດ”.

ໃນຕອນທ້າຍ ໄດ້ຈັດພິທີ ຍ້ອງຍໍກົມກອງ ຕາງໜ້າພະແນກການ ຂອງແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ທີ່ມີຜົນງານດີເດັ່ນ ໃນການເຄືອນໄຫວວຽກງານໃນໄລຍະຜ່ານມາ, ເຊິ່ງໃຫ້ກຽດຂຶ້ນມອບ ໃບຍ້ອງຍໍໃຫ້ກັບຄະນະຜູ້ແທນ ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ໃນຄັ້ງນີ້ໂດຍ ທ່ານ ທ່ານ ຮວ່າງຈຸງຊຸ້ງ ກໍາມະການສູນກາງພັກ ເລຂາພັກແຂວງ ຫົວໜ້າ ຄະນະຜູ້ແທ່ນສະພາແຫ່ງຊາດ ປະຈໍາແຂວງ ປະທານສະພາປະຊາຊົນແຂວງຮ່າຕິ້ງ.

About admins14