ຄະນະການນໍາແຂວງບໍລິຄໍາໄຊ ເຂົ້າຮ່ວມຮັບຊົມງານພົບປະແລກປ່ຽນສີລະປະ ລາວ – ຫວຽດນາມ

ໃນຕອນຄໍ່ຳຂອງວັນທີ 29 ສິງຫາ 2022 ຢູ່ສະຖານີວິທະຍຸ – ໂທລະພາບແຂວງຮ່າຕິ້ງ ຄະນະການນໍາແຂວງບໍລິຄໍາໄຊ ນໍາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ໃຫ້ກຽດເຂົ້າຮ່ວມຮັບຊົມ ການສະແດງງານພົບປະ ແລກປ່ຽນສິລະປະ ລາວ – ຫວຽດນາມ ໂດຍມີບັນດາການນໍາຂອງແຂວງຮ່າຕິ້ງ, ແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ນະຄອນຫຼວງ ຕະຫຼອດຮອດຊາວໜຸ່ມເຍົາວະຊົນຂອງແຂວງຮ່າຕິ້ງ ເຂົ້າຮ່ວມຮັບຊົມ.

ໃນງານດັ່ງກ່າວ ຄະນະຮັບຜິດຊອບ ໄດ້ໃຫ້ການສອບຖາມ ສໍາພາດນັກຮົບປະຕິວັດຂອງປະເທດ ສສ ຫວຽດນາມ ເພຶ່ອໃຫ້ທ່ານໄດ້ເລົ່າຄືນມູນເຊື້ອ ການເຄື່ອນໄຫວຕໍ່ສູ້ໃນໄລຍະສົງຄາມຢູ່ລາວ ໃຫ້ກັບບັນດາແຂກເຂົ້າຮ່ວມ ເຊິ່ງກໍ່ຄືຄົນຮຸ່ນໜຸ່ມໄດ້ຮັບຊາບ ເປັນຕົ້ນແມ່ນ ປະຫວັດການຕໍ່ສູ້ໃນສະໄໝ່ສົງຄາມ ທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ຮ່ວມກັບພໍ່ແມ່ປະຊາຊົນລາວ, ມູນເຊື້ອວັດທະນະທໍາ – ຮີດຄອງປະເພນີອັນດີງາມຂອງສອງຊາດລາວ – ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼື່ອອຸ້ມຊູເຊິ່ງກັນ ແລະ ກັນຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັດ, ຕະຫຼອດຮອດການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຕິບັດງານພິເສດ ໃນການເກັບກູ້ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ ແລະ ການພົວພັນຮ່ວມມືວຽກງານໃນດ້ານຕ່າງໆ.

ຫຼັງຈາກນັ້ນ ບັນດາແຂກທີ່ເຂົ້າຮ່ວມ ຍັງໄດ້ຮັບຊົມການສະແດງບົດຟ້ອນ ສີລະປະວັນນະຄະດີ ໃນຫຼາຍລາຍການສະແດງ ທີ່ມີເນື້ອໃນສະແດງເຖິງສາຍພົວພັນອັນດູດດື່ມ, ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮອບດ້ານ ລະຫວ່າງສອງປະເທດລາວ – ຫວຽດນາມອ້າຍນ້ອງ ທີ່ນັບມືນັບມີຄວາມໝັ້ນຄົງທະນົງແກ່ນ ແລະ ແໜ້ນແຟ້ນກົມກຽວຍິ່ງໆຂື້ນໄປ, ພ້ອມດຽວກັນນັ້ນ ໃນຕອນທ້າຍຂອງພິທີ ຍັງໄດ້ມີການສໍາພາດຄວາມຮູ້ສຶກຂອງບັນດາແຂກ ຂອງບັນດາການນໍາພັກລັດ, ນ້ອງນ້ອຍເຍົາວະຊົນທີ່ເຂົ້າຮ່ວມພາຍໃນງານ ເນື່ອງໃນໂອກາດສະເຫຼີມສະຫຼອງ ປີສາມັກຄມີດຕະພາບລາວ – ຫວຽດນາມ 2022 ເຊິ່ງຕ່າງໜ້າແຂວງບໍລິຄໍາໄຊ ໃຫ້ສໍາພາດ ສະແດງຄວາມຮູ້ສຶກໃນຄັ້ງນີ້ ໂດຍ ແມ່ນ ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດແຂວງບໍລິຄໍາໄຊ.

About admins14