ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນພະສົງທົ່ວປະເທດ ສະໄໝທີ 8 ຢູ່ແຂວງບໍລິຄໍາໄຊ

ບັ້ນເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ 8 ສູນກາງອົງການພຸດທະສາະໜາສຳພັນແຫ່ງ ສປປ ລາວ ຢູ່ແຂວງບໍລິຄຳໄຊ ຈັດຂຶ້ນໃນວັນທີ 31 ສິງຫາ 2022 ຢູ່ຫໍພະສິມມາ ວັດບ້ານອານຸສອນໄຊ ເມືອງປາກຊັນ ນຳພາໂດຍພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ມີພະອາຈານ ຄຳປັນ ອິນທະວົງ ປະທານ ອພສ ແຂວງບໍລິຄຳໄຊ, ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ, ມີປະທານອົງການພຸດທະສາສະໜາ 7 ເມືອງ, ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ 8 ສູນກາງອົງການພຸດທະສາະໜາສຳພັນແຫ່ງ ສປປ ລາວ ໄດ້ທົບທວນຄືນຜົນງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ VII, ສັງເກດຕີລາຄາ ຈຸດດີ ກໍຄື ຜົນງານທີ່ບັນລຸໝາກຜົນມາໄດ້ ພ້ອມທັງຊອກຮູ້ຈຸດອ່ອນ, ຂໍ້ຄົງຄ້າງ, ບັນດາສາເຫດ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີທີ່ຜ່ານມາ, ພ້ອມກັນນັ້ນ ກອງປະຊຸມໃຫຍ່ຈະໄດ້ກໍານົດທິດທາງແຜນການຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນໄລຍະ 5 ປີຕໍ່ໜ້າ, ພ້ອມທັງວິໄສທັດ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ແຜນງານຍຸດທະສາດ ການພັດທະນາ ໃນໄລຍະ 10 ຕໍ່ໜ້າ ຄືແຕ່ປີ 2021-2030.

ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນກອງປະຊຸມໃຫຍ່ ເພື່ອພ້ອມກັນເຮັດໃຫ້ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ບັນດາບົດຮຽນ ທີ່ຖອດຖອນໄດ້ກ່ຽວກັບການເຕົ້າໂຮມຄວາມສາມັກຄີ ແລະ ນຳເອົາກຳລັງແຮງດັ່ງກ່າວ ເຂົ້າສູ່ຂະບວນການວຽກງານຕົວຈິງ ຂອງອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ໄດ້ຮັບໝາກຜົນສຳເລັດ ເລິກເຊິ່ງກວ່າເກົ່າ, ໄດ້ພິຈາລະນາຮັບຮອງເອົາ ມະຕິກອງປະຊຸມໃຫຍ່ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ຄະນະກັມມະການບໍລິຫານງານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຄະນະບໍລິຫານງານປະຈຳການ ຂອງສູນກາງອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ຊຸດໃໝ່ ລວມທັງຄະນະທີ່ປຶກສາປະທານ, ຮອງປະທານ, ຫົວໜ້າຫ້ອງການບໍລິຫານ ແລະ ບັນດາຫົວໜ້າກັມມາທິການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.

ໂອກາດດັ່ງກ່າວນີ້, ພະອາຈານ ຄໍາປັນ ອິນທະວົງ ກໍໄດ້ລາຍງານໂດຍຫຍໍ້ ສະພາບການເຄື່ອນໄຫວວຽກງານຂອງ ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ, ປະຈຳປີ 2022, ຜົນສໍາເລັດໃນການຈັດຕັ້ງປະຕິບັດໃນວຽກງານດ້ານຕ່າງໆ ແລະ ທິດທາງແຜນການໃນປີຕໍ່ໜ້າ.

ພ້ອມກັນນີ້, ທ່ານ ສຸວັນນີ ໄຊຊະນະ ກໍໄດ້ຍົກໃຫ້ເຫັນເຖິງຄຸນງາມຄວາມດີ ຄວາມປີຊາສາມາດ ຂອງພໍ່-ແມ່ຄູບາອາຈານທີ່ໄດ້ກຸດສະໂລບາຍ ໃນການອົບຮົມສັ່ງສອນສາສະນິກະຊົນ ໂດຍອີງໃສ່ຫລັກທຳຄຳສອນ ແລະ ຜົນງານທີ່ຍາດມາໄດ້ ຂອງອົງການພຸດທະສາສະໜາ ແຫ່ງ ສປປ ລາວ.

About admins14