ແຂວງ ຮ່າຕິ້ງ ຍ້ອງຍໍກົມກອງ ແລະ ບຸກຄົນ ແຂວງບໍລິຄຳໄຊ

ພິທີມອບການຍ້ອງຍໍ ຈາກປະທານຄະນະກໍາມະການປະຊາຊົນ ແຂວງ ຮ່າຕິ້ງ ສສ ຫວຽດນາມ ໃຫ້ກັບກົມກອງ ແລະ ບຸກຄົນ ແຂວງ ບໍລິຄໍາໄຊ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການຊອກຫາ – ຂຸດຄົ້ນ ແລະ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽງຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ແຂວງ ບໍລິຄໍາໄຊ ກັບຄືນປະເທດ ປະຈໍາລະດູແລ້ງ 2021 – 2022 ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ວັນວິໄລ ແດນພູຫຼວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄໍາໄຊ, ມີບັນດາຜູ້ຕ່າງໜ້າຈາກພະແນກການ – ກົມກອງທີ່ກ່ຽວຂອງ, ຄະນະປະຕິບັດງານພິເສດແຂວງ ຮ່າຕິ້ງ ສສ ຫວຽດນາມ ຕະຫຼອດຮອດອໍານາດການປົກຄອງບ້ານ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຮ່າຕິ້ງ ສສ ຫວຽດນາມ ວ່າດ້ວຍການຍ້ອງຍໍກົມກອງລວມໝູ່ 2 ກົມກອງ ຄື: ພະແນກພົວພັນຕ່າງປະເທດແຂວງ ແລະ ຫ້ອງວ່າການ ເມືອງຄໍາເກີດ ແລະ ບຸກຄົນ ຈໍານວນ 12 ທ່ານ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມ ຢູ່ແຂວງບໍລິຄໍາໄຊ ກັບຄືນປະເທດ ປະຈໍາລະດູແລ້ງ 2021 – 2022, ເຊີ່ງທ່ານ ວັນວິໄລ ແດນພູຫລວງ ໄດ້ຮັບກຽດຕາງໜ້າເຈົ້າແຂວງ ຮ່າຕິ້ງ ສສ ຫວຽດນາມ ຂຶ້ນມອບໃບຍ້ອງຍໍ ໃຫ້ກັບກົມກອງລວມໝູ່ ແລະ ບຸກຄົນໃນຄັ້ງນີ້.

About admins14