ເມືອງທ່າພະບາດ ເຜີຍແຜ່ – ແນະນໍາ ສິດ ແລະ ໜ້າທີ່ວິສາຫະກິດທີ່ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ

ພິທີ ເຜີຍແຜ່ – ແນະນໍາ ສິດ ແລະ ໜ້າທີ່ສໍາລັບວິສາຫະກິດ ທີ່ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ການຕິດຕັ້ງໂປຣແກມບັນຊີ – ໃບເກັບເງິນແບບອີເລັກໂຕຣນິກ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ເມືອງທ່າພະບາດ, ເປັນປະທານໂດຍ ທ່ານ ຄຳປຸ່ນ ສີຫາລາດ ຮອງເຈົ້າເມືອງ ທ່າພະບາດ ແລະ ທ່ານ ດວງຕາ ເພຍແກ້ວ ຮອງຫົວໜ້າພະແນກການເງິນແຂວງ, ມີຫົວໜ້າຫ້ອງການ, ຮອງຫ້ອງການ ຫ້ອງການທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາຫົວໜ່ວຍທຸລະກິດພາຍໃນເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຄຳແນະນຳປະຕິບັດພັນທະອາກອນ (ສຳລັບວິສາຫະກິດທີ່ເຂົ້າລະບົບອາກອນມູນຄ່າເພີ່ມ) ສະບັບເລກທີ 3671 / ກສອ, ລົງວັນທີ 12 ຕຸລາ 2021, ຄໍາແນະນໍາ ການປະຕິບັດພັນທະອາກອນ ( ສໍາລັບ ຈຸນລະວິສາຫະກິດ) ສະບັບເລກທີ 3672 / ກສອ, ລົງວັນທີ 12 ຕຸລາ 2022, ຄໍາແນະນໍາ ກ່ຽວກັບການນໍາໃຊ້ໂປຣແກຣມບັນຊີ ແລະ ໃນເກັບເງິນອາກອນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານບັນຊີ, ການປະຕິບັດພັນທະອາກອນ ຂອງຫົວໜ່ວຍທຸລະກິດ, ສະບັບເລກທີ 2696 / ກງ, ນະຄອນຫຼວງວຽງຈັນ ລົງວັນທີ 06 ກັນຍາ 2022 ແລະ ແນະນຳການຕິດຕັ້ງການນຳໃຊ້ໂປຣແກຣມບັນຊີ – ໃບເກັບເງິນ.

ການເຜີຍແຜ່ໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ບັນດາຫົວໜ່ວຍທຸລະກິດໃໝ່ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປະຕີບັດພັນທະອາກອນຕາມກົດໝາຍກໍານົດ ແລະ ເພື່ອເຮັດໃຫ້ບັນດາຫົວໝ່ວຍທຸລະກິດ ຖືບັນຊີຖືກຕ້ອງ ແລະ ສອດຄ່ອງຕາມກົດໜາຍ ພ້ອມທັງນຳໃຊ້ໃບເກັບເງິນ, ການແຈ້ງພັນທະອາກອນ ຂອງຫົວໜ່ວຍທຸລະກິດ ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ຫົວໜ່ວຍຈຸນລະວິສາຫະກິດ ໃຫ້ມີຄວາມສະດວກ, ງ່າຍດາຍ, ປະຢັດ, ທັນສະໄໝ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.

About admins14