ປະເມີນສ້າງເປັນບ້ານປ້ອງກັນຊາດເຂັ້ມແຂງໃນ 7 ບ້ານກຸ່ມຜາທອງ

ໃນວັນທີ 4 ພະຈິກ 2022 ຢູ່ຫ້ອງການບ້ານນໍ້າຢ້າງ ເມືອງວຽງທອງ ກອງບັນຊາການທະຫານເມືອງ ໄດ້ຈັດພິທີປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ 7 ບ້ານໃນກຸ່ມບ້ານຜາທອງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ຮອງປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີ ທ່ານ ພັທ ເສດຟອງ ສີສະເກດ ຫົວໜ້າການທະຫານກອງບັນຊາການທະຫານເມືອງ, ມີອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ຄະນະຮັບຜິດຊອບ ໄດ້ຜັດປ່ຽນກັນຂື້ນຜ່ານບັນດານິຕິກຳຕ່າງໆ ຂອງຂັ້ນເທິງກ່ຽວກັບການເປີດປະເມີນສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ 7 ບ້ານໃນກຸ່ມຜາທອງ ຄື: ບ້ານນໍ້າຢ້າງ, ບ້ານທ່າແພ, ບ້ານວັງຫີນ, ບ້ານສົບນາ, ບ້ານກົກຂາມ, ບ້ານຫ້ວຍຫອຍ ແລະ ບ້ານຜາບໍ່.

ຜ່ານແຜນການດຳເນີນປະເມີນຕົວຈິງຢູ່ບັນດາບ້ານໃນກຸ່ມຜາທອງໃຫ້ໄປຕາມ 4 ເນື້ອໃນ 4 ຄາດໝາຍ, 4 ໜ້າທີ່ໃຫຍ່ ແລະ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ເພື່ອເປັນການປຸກລະດົມຂະບວນການຮັກຊາດ – ພັດທະນາ ຕິດພັນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສ້າງຄອບຄົວ, ບ້ານ, ເມືອງ, ແຂວງໃຫ້ມີຄວາມສະຫງົບປອດໄພ ສາມາດຕ້ານກັບທຸກກຳລັງອິດທິປໍລະປັກຂອງກຸ່ມຄົນບໍ່ຫວັງດີ, ເຮັດໃຫ້ບ້ານມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ.

ຕອນທ້າຍ ທ່ານຮອງເລຂາພັກເມືອງວຽງທອງ ໄດ້ໃຫ້ຄໍາເຫັນໂອ້ລົມໃຫ້ທິດຊີ້ນໍາຕໍ່ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ຈົ່ງຢຶດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ – ລັດ ຕິດພັນກັບການພັດທະນາເສດຖະກິດສັງຄົມ, ຮັກສາຄວາມສາມັກຄີປອງດອງ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານປ້ອງກັຊາດ – ປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມຍຸຕິທຳ.

About admins14