ສຶກສາແຂວງ ລົງຕິດຕາມການໄຂສົກຮຽນໃໝ່ 2021-2022

ໃນລະຫວ່າງວັນທີ 1-3 ກັນຍາ 2021 ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມຄະນະ ໄດ້ລົງຕິດຕາມການໄຂສົກຮຽນໃໝ່ 2021 – 2022 ທົ່ວແຂວງບໍລິຄໍາໄຊ ໂດຍແບ່ງອອກເປັນ 4 ທີມ ຄື: ທີມທີ 1 ນໍາພາໂດຍ ທ່ານ ລົມ ແພງສຸກ ຮັບຜິດຊອບລົງເມືອງປາກຊັນ, ທີມທີ 2 ນໍາພາໂດຍ ທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກ ຮັບຜິດຊອບລົງເມືອງບໍລິຄັນ ແລະ ເມືອງທ່າພະບາດ, ທີມທີ 3 ນໍາພາໂດຍ ທ່ານ ນາງ ຄໍາຮັກ ໄລວັນ ຮອງຫົວໜ້າພະແນກ ຮັບຜິດຊອບລົງເມືອງປາກກະດິງ ແລະ ເມືອງຄໍາເກີດ ແລະ ທີມທີ 4 ນໍາພາໂດຍ ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກ ຮັບຜິດຊອບລົງເມືອງ ວຽງທອງ ແລະ ເມືອງໄຊຈໍາພອນ.

ການລົງຕິດຕາມໃນຄັ້ງນີ້ ກໍ່ເພື່ອກວດກາການຈັດຕັ້ງປະຕິບັດແຈ້ງການຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 1470 ລົງວັນທີ 20 ສິງຫາ 2021 ວ່າດ້ວຍການໄຂສົກຮຽນໃໝ່ ປະຈໍາສົກຮຽນ 2021-2022 ແລະ ພ້ອມກັນແກ້ໄຂບັນຫາທີ່ເກີດຂື້ນໃຫ້ທັນກັບເວລາ.

ຜ່ານການລົງຕິດຕາມໃນຄັ້ງນີ້ ສາມາດເກັບກໍາ, ຮັບຮູ້ສະພາບຕົວຈິງໃນການໄຂສົກຮຽນໃໝ່ຂອງ 7 ຕົວເມືອງພາຍໃນແຂວງບໍລິຄໍາໄຊ ໃນການຈັດຕັ້ງການຮຽນ-ການສອນຕາມແຈ້ງການຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເຫັນວ່າ ທຸກໆເມືອງແມ່ນໄດ້ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ, ການກະກຽມຄວາມພ້ອມດ້ານອາຄານ, ສະຖານທີ່ແມ່ນທັນກັບເວລາ, ແຕ່ມີບາງເມືອງ ແລະ ບາງໂຮງຮຽນທີ່ໄດ້ຈັດຕັ້ງໄຂສົກຮຽນຕາມແຈ້ງການແລ້ວ ແຕ່ໄດ້ໂຈະການຮຽນການສອນຊົ່ວຄາວ ຕາມຄໍາສັ່ງຂອງຄະນະສະເພາະກິດການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຂອງຂັ້ນເມືອງ, ບາງເມືອງມາຮອດປະຈຸບັນນີ້ ກໍ່ຍັງບໍ່ສາມາດເປີດການຮຽນ-ການສອນໄດ້ ຍ້ອນການລະບາດຂອງພະຍາດໂຄວິດ-19.

ໂອກາດນີ້ ຍັງໄດ້ປະເມີນຄວາມຮັບຮູ້ຂອງນ້ອງໆນັກຮຽນໃນຊັ້ນປະຖົມ ແລະ ມັດທະຍົມ ໃນການ ອ່ານ, ຂຽນ ແລະ ການຄິດໄລ່ ຂອງນັກຮຽນ ແລະ ຍັງໄດ້ເນັ້ນໜັກໃຫ້ຄູ-ອາຈານ ແລະ ນັກຮຽນໃຫ້ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ດ້ວຍການໃສ່ຜ້າອັດປາກ, ອັດດັງ, ລ້າງມືໃສ່ສະບູ ຫຼື ເຈວລ້າງມືໃຫ້ປະຕິບັດເປັນປະຈໍາຂອງທຸກໆໂຮງຮຽນພາຍໃນແຂວງບໍລິຄໍາໄຊ.

About admins16