ແຂວງບໍລິຄຳໄຊ ມີຄວາມພ້ອມ ສຳລັບບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II

ໄລຍະຜ່ານມາ ຄະນະປະຈຳ, ສະມາຊິກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ປະຕິບັດຕາມສິດ, ພາລະບົດບາດ ແລະ ໜ້າທີ່ ເຮັດໃຫ້ຫຼາຍວຽກງານໄດ້ຮັບຜົນສຳເລັດ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ 2016-2020 ຂອງສະພາປະຊາຊົນແຂວງຊຸດທີ I ໃນວັນທີ 1 ກຸມພາ 2021.

ຕະຫຼອດໄລຍະ 5 ປີຜ່ານມາ ຄະນະປະຈຳ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນແຂວງ ມາເປັນວຽກງານຈຸດສຸມ ເຮັດໃຫ້ຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ເປັນຕົ້ນແມ່ນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງການທາບທາມ, ປະກອບຄໍາຄິດຄໍາເຫັນເຂົ້າໃນການສ້າງ ແລະ ປັບປຸງຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນສະໄໝສາມັນເທື່ອທີ່ 2 ຫາ ເທື່ອທີ່ 10 ສະພາແຫ່ງຊາດ ຊຸດທີ VIII ປະຕິບັດໄດ້ 80 ສະບັບ, ໃນນັ້ນ ສ້າງໃໝ່ 34 ສະບັບ, ປັບປຸງ 46 ສະບັບ, ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ບັນດານິຕິກໍາທີ່ສໍາຄັນຂອງແຂວງ ຕາມການສະເໜີຂອງອົງການປົກຄອງແຂວງ 16 ສະບັບ ລື່ນແຜນການ 5 ສະບັບ, ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນຮັບຮອງໃນມະຕິກອງປະຊຸມ 50 ສະບັບ, ລົງພົບປະກັບປະຊາຊົນ ໄດ້ 532 ຈຸດ, ພິຈາລະນາການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ 298 ເລື່ອງ ແລະ ສະພາແຫ່ງຊາດ ສົ່ງໃຫ້ 13 ເລື່ອງ ລວມທັງໝົດ 311 ເລື່ອງ ໃນນີ້ ເປັນຄໍາຮ້ອງຂໍຄວາມເປັນທໍາ 169 ເລື່ອງ, ຄໍາສະເໜີ 142 ເລື່ອງ, ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂສໍາເລັດ ຈໍານວນ 310 ເລື່ອງ ແລະ ກໍາລັງຄົ້ນຄວ້າ 1 ເລື່ອງ, ບັນຫາທີ່ພົ້ນເດັ່ນແມ່ນ ບໍ່ພໍ່ໃຈຕໍ່ຄໍາຕັດສິນຂອງສານ ຫຼື ຄໍາພິພາກສາຂອງສານ ກວມ 83%, ບໍ່ພໍໃຈຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ 5% ແລະ ຂໍ້ຄັດແຍ່ງກ່ຽວກັບຜົນກະທົບຈາກການລົງທຶນຂອງລັດ ແລະ ເອກະຊົນ 8% ແລະ ອື່ນໆ 4%.

ສຳລັບການກະກຽມບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ທ່ານປະທານສະພາປະຊາຊົນແຂວງ ໃຫ້ຮູ້ຕື່ມອີກວ່າ ໄດ້ສຸມໃສ່ຫຼາຍວຽກງານທີ່ສຳຄັນ ເປັນຕົ້ນແມ່ນໄດ້ແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຄະນະຜູ້ປະຈຳການ, ການຈັດຕັ້ງ, ແຜນດຳເນີນງານ ແລະ ການເຄື່ອນໄຫວຂອງຄະນະກຳມະການເລຶອກຕັ້ງ ແລະ ບັນດາອານຸກຳມະການ, ລົງຊຸກຍູ້, ຕິດຕາມ, ກວດກາຂະນະກຳມະການເລືອກຕັ້ງຂັ້ນເມຶອງ ໃນການເກັບກຳຈຳນວນພົນລະເມຶອງ, ບັນຊີຜູ້ມີສິດເລືອກຕັ້ງ, ອຸປະກອນທີ່ມີຄວາມຈຳປັນຮັບໃຊ້ໃຫ້ແກ່ການເລຶອກຕັ້ງ, ເຊື່ອມຊຶມ, ເຜີຍແຜ່ບັນດາເອກະສານທີ່ສຳຄັນຂອງພັກ-ລັດ ກ່ຽວກັບການເລຶອກຕັ້ງໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ

ທົ່ວແຂວງບໍລິຄຳໄຊ ມີໜ່ວຍປ່ອນບັດເລຶອກຕັ້ງ ທັງໝົດ 201 ໜ່ວຍ, ໃນນັ້ນ ເມຶອງປາກຊັນ 32 ໜ່ວຍ, ເມຶອງທ່າພະບາດ 18 ໜ່ວຍ, ເມຶອງປາກກະດິງ 26 ໜ່ວຍ, ເມຶອງບໍລິຄັນ 43 ໜ່ວຍ, ເມຶອງຄຳກີດ 40 ໜ່ວຍ, ເມຶອງວຽງທອງ 25 ໜ່ວຍ, ເມຶອງໄຊຈຳພອນ 8 ໜ່ວຍ, ກອງບັນຊາການ ປກຊ ແຂວງ 8 ໜ່ວຍ ແລະ ກອງບັນຊາການ ປສກ ແຂວງ 1 ໜ່ວຍ.

ສັງລວມແລ້ວ ແຂວງບໍລິຄຳໄຊ ມີຄວາມພ້ອມ ໃນບັ້ນເລືອກຕັ້ງໃນຄັ້ງນີ້ ແລະ ສາມາດຮັບປະກັນໄດ້ 3 ຄາດໝາຍ ຄື: ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດເລືອກຕັ້ງໃຫ້ໄດ້ ຮ້ອຍສ່ວນຮ້ອຍ, ຮັບປະກັນບໍ່ໃຫ້ມີບັດຕາຍ ຮ້ອຍສ່ວນຮ້ອຍ ແລະ ແຕ່ລະໜ່ວຍປ່ອນບັດ ເຂດເລືອກຕັ້ງຮັບປະກັນໃຫ້ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ ຮ້ອຍສ່ວນຮ້ອຍ.

About admins14