ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຄັ້ງທີ 4

 

ໃນວັນທີ 26 ມັງກອນ 2021 ໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມ ຊາຍແດນ ແຂວງບໍລິຄໍາໄຊ ສປປ ລາວ ໄດ້ຈັດກອງປະຊຸມທາງໄກໂດຍຜ່ານວີດີໂອ ຄອນເຟີເລັນ ກັບ ໜ່ວຍປະສານງານປະຈຳພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແຂວງບືງການ ຣາຊາອານາຈັກໄທ ຄັ້ງທີ 4 ທີ່ແຂວງບໍລິຄໍາໄຊ ເປັນເຈົ້າພາບ, ຝ່າຍລາວ ນຳໂດຍທ່ານ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ທັງເປັນຫົວໜ້າໜ່ວຍປະສານງານປະຈຳພື້ນທີ່ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ຝ່າຍຣາຊາອານາຈັກໄທ ນຳໂດຍທ່ານ ພົນຕໍາຫຼວດຕີ ສົມສັກ ຄົງໄພບຸນ ຜູ້ບັງຄັບການຕຳຫຼວດພູທອນ ແຂວງບືງການ ທັງເປັນຫົວໜ້າໜ່ວຍປະສານງານແຂວງ ບືງການ ພ້ອມຄະນະ.

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນວຽກທີ່ປະຕິບັດໄດ້ ໃນໄລຍະ  02 ເດືອນຜ່ານມາ, ເຊີ່ງໄດ້ຍົກໃຫ້ເຫັນບັນຫາປະກົດການຫຍໍ້ທໍ້ ແລະ ສະພາບການຕ່າງໆທີ່ເກີດຂື້ນຕາມຊາຍແດນໃຫ້ກັນຮັບຊາບ, ທັງສອງຝ່າຍໄດ້ປະສານສົບທົບກັນຢ່າງເປັນປົກກະຕິ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັນຕ້ານສະກັດກັ້ນການເຄື່ອນຍ້າຍ, ຂົນສົ່ງຄ້າ-ຂາຍຢາເສບຕິດຕາມຂອບເຂດຊາຍແດນ, ຮ່ວມກັນອອກລາດຕະເວນທາງບົກ ແລະ ທາງນ້ຳເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍບໍລິເວຊາຍແດນ, ຜ່ານການຈັດຕັ້ງປະຕິບັດ ໄລຍະ 02 ເດືອນຜ່ານມາ, ສາມາດມ້າງທໍາລາຍຄະດີຢາເສບຕິດ ໄດ້ 04 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 10 ຄົນ, ຢຶດຂອງກາງ ປະເພດຢາບ້າ ໄດ້ທັງໝົດ 80.000 ເມັດ, ສາມາດກັກຕົວ ແລະ ມອບຄົນສັນຊາດໄທ ໃຫ້ໜ່ວຍປະສານງານ ຝ່າຍບືງການ ຣາຊາອານາຈັກໄທ ໄດ້ 01 ຄົນ.

ໂອກາດດຽວກັນ ບັນດາຜູ້ແທນກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ບົນພື້ນຖານລະບຽບຫຼັກການ, ຄວາມສາມັກຄີ, ການຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ 02 ແຂວງ, 02 ປະເທດ ໃນການເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ແລະ ກໍານົດທິດທາງແຜນການໃນ 03 ເດືອນຕໍ່ໜ້າຮ່ວມກັນ, ທັງສອງຝ່າຍຍັງສືບຕໍ່ປະສານສົມທັບຮ່ວມມືກັນໃນການເຄື່ອນໄຫວວຽກງານວິຊາສະເພາະ, ການສືບຂ່າວ, ເກັບກໍາສະພາບ, ລົງກວດກາຈຸດຂ້າມລອຍ, ອອກກວດກາລາດຕະເວນທາງບົກ ແລະ ທາງນໍ້າຮ່ວມກັນ, ໃນກໍລະນີມີບັນຫາໃດໜື່ງທີ່ເກີດຂື້ນໃນຂອບເຂດບໍລິເວນຊາຍແດນ ໃຫ້ທັງ 02 ຝ່າຍກໍ່ໄດ້ມີການປະສານສົມທົບປືກສາຫາລືເພື່ອພ້ອມກັນແກ້ໄຂໃຫ້ທັນກັບສະພາບການ, ສ້າງສາຍພົວພັນການໄປມາຫາສູ່, ເພື່ອແລກປ່ຽນບົດຮຽນ, ປະສານສົມທົບກັນຕິດຕາມການເຄື່ອນໄຫວເໜັງຕິງຂອງກຸ່ມຄົນບໍ່ດີຮ່ວມກັນ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ບັນຫາການຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍເຖື່ອນ, ການເຄື່ອນຍ້າຍຊັບພະຍາກອນທໍາມະຊາດທີ່ຜິດຕໍ່ລະບຽບກົດໝາຍ, ສ້າງກິດຈະກໍາຮ່ວມກັນ ເນື່ອງໃນໂອກາດວັນສໍາຄັນຕ່າງໆ ເພື່ອເພີ່ມຄວາມສາມັກຄີລະຫວ່າງ 02 ແຂວງ, 02 ປະເທດ ໃຫ້ແໜ້ນແຟ້ນ, ນອກນັ້ນ ສອງຝ່າຍຍັງໄດ້ຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ຕໍ່ບັນດາເນື້ອໃນທີ່ໄດ້ລະບຸໄວ້ໃນບົດບັນທືກ ໂດຍອີງໃສ່ສະພາບຄວາມເປັນຈິງ ເພື່ອສ້າງທິດທາງແຜນການ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ ແນ່ໃສ່ເຮັດໃຫ້ບໍລິເວນຂອບເຂດຊາຍແດນຂອງ 02 ປະເທດ ເວົ້າລວມເວົ້າສະເພາະແມ່ນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ແຂວງບືງການ ຣາຊາອານາຈັກໄທ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

About admin11