ບໍລິຄຳໄຊ ມີ 201 ໜ່ວຍປ່ອນບັດເລຶອກຕັ້ງ ແລະ ຈະມີຜູ້ມາໃຊ້ສິດຫຼາຍກວ່າ170.000 ຄົນ

X

ເພື່ອກຽມພ້ອມໃຫ້ບັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຫຼາຍວຽກງານໄດ້ຮັບຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 1 ກຸມພາ 2021 ຢູ່ຫ້ອງປະຊຸມສະພາແຂວງບໍລິຄຳໄຊ.

ໃນໄລຍະຜ່ານມາ ໄດ້ສຸມໃສ່ຫຼາຍວຽກງານທີ່ສຳຄັນ ເປັນຕົ້ນແມ່ນໄດ້ແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຄະນະຜູ້ປະຈຳການ, ການຈັດຕັ້ງ, ແຜນດຳເນີນງານ ແລະ ການເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງ ແລະ ບັນດາອານຸກຳມະການ, ລົງຊຸກຍູ້, ຕິດຕາມ, ກວດກາຄະນະກຳມະການເລືອກຕັ້ງຂັ້ນເມືອງ ໃນການເກັບກຳຈຳນວນພົນລະເມຶອງ, ບັນຊີຜູ້ມີສິດເລືອກຕັ້ງ, ອຸປະກອນຕ່າງໆ, ເຊື່ອມຊຶມ, ເຜີຍແຜ່ບັນດາເອກະສານທີ່ສຳຄັນຂອງພັກ-ລັດ ກ່ຽວກັບການເລຶອກຕັ້ງ ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວແຂວງ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຜົນສຳເລັດເປັນຢ່າງດີ.

ທົ່ວແຂວງມີພົນລະເມຶອງ ທັງໝົດ 312.332 ຄົນ, ຍິງ 152.990 ຄົນ, ຜູ້ມີສິດປ່ອນບັດເລຶອກຕັ້ງຕາມສຳມະໂນຄົວມີ 199.287 ຄົນ, ຍິງ 97.001 ຄົນ, ຜູ້ມີສິດເລຶອກຕັ້ງຢູ່ໃນບ້ານຂອງຕົນ ຕາມສຳມະໂນຄົວມີ 171.505 ຄົນ, ຍິງ 83.143 ຄົນ, ຜູ້ມີສິດປ່ອນບັດເລຶອກຕັ້ງຢູ່ທ້ອງຖິ່ນອື່ນ ຕາມສຳມະໂນຄົວມີ 19.746 ຄົນ, ຍິງ 8.625 ຄົນ ຜູ້ໄປເຮັດວຽກຢູ່ຕ່າງປະເທດຕາມສຳມະໂນຄົວ 8.036 ຄົນ, ຍິງ 5.233 ຄົນ ຜູ້ມີສິດມາຈາກທ້ອງຖິ່ນອຶ່ນ 1.167 ຄົນ, ຍິງ 502 ຄົນ, ສຳລັບຜູ້ທີ່ມາໃຊ້ສິດປ່ອນບັດຕົວຈິງ ໃນວັນທີ 21 ກຸມພາ 2021 ມີທັງໝົດ 172.672 ຄົນ, ຍິງ 83.645 ຄົນ.

ສຳລັບໜ່ວຍປ່ອນບັດເລືອກຕັ້ງໃນທົ່ວແຂວງ ມີທັງໝົດ 201 ໜ່ວຍ ໃນນັ້ນເມືອງປາກຊັນ 32 ໜ່ວຍ, ເມືອງທ່າພະບາດ 18 ໜ່ວຍ, ເມືອງປາກກະດິງ 26 ໜ່ວຍ, ເມືອງບໍລິຄັນ 43 ໜ່ວຍ, ເມືອງຄຳກີດ 40 ໜ່ວຍ, ເມືອງວຽງທອງ 25 ໜ່ວຍ, ເມືອງໄຊຈຳພອນ 8 ໜ່ວຍ, ກອງບັນຊາການ ປກຊ ແຂວງ 8 ໜ່ວຍ ແລະ ກອງບັນຊາການ ປກສ ແຂວງ 1 ໜ່ວຍ.

About admins14