ອົງການໄອຍະການ ແລະ ສານປະຊາຊົນແຂວງ ຈະຕ້ອງໄດ້ສຸມໃສ່ໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ຍຸຕິທຳ

ເພື່ອຮັບປະກັນຜົນສຳເລັດຂອງວຽກງານອົງການໄອຍະການ ແລະ ສານປະຊາຊົນແຂວງ ຕ້ອງໄດ້ສຸມໃສ່ວຽກງານໃຫ້ມີຄວາມໂປ່ງໃສ, ວ່ອງໄວ ແລະ ຍຸຕິທຳ, ທ່ານນາງ ມາລີສາ ອາໄພລາດ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງບໍລິຄຳໄຊ ກ່ຽວກັບການເຄື່ອນໄຫວວຽກງານ ປີ 2022 ແລະ ທິດທາງແຜນການ ປີ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງວັນທີ 1 ກຸມພາ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນຂວງບໍລິຄໍາໄຊ.

ຜ່ານການຮັບຟັງລາຍງານ ຂອງທ່ານ ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ, ຜ່ານການຕິດຕາມກວດກາ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະເໜີໃຫ້ເອົາໃຈໃສ່ບາງວຽກງານເພີ່ມເຕີມ ດັ່ງນີ້: ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ການກໍ່ສ້າງພະນັກງານໄອຍະການປະຊາຊົນ ຕິດພັນກັບການສ້າງຂະບວນການວຽກດີຄົນເດັ່ນ ຕາມຄໍາຂວັນ 3 ມີ 4 ຮັບປະກັນ ແລະ ມາດຕະຖານລວມ ທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ພະນັກງານ – ລັດຖະກອນ, ຕີລາຄາໃຫ້ເຫັນໄດ້ ດ້ານດີ, ດ້ານຄົງຄ້າງ ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ, ເອົາໃຈໃສ່ຕິດຕາມກວດກາ ອົງການສືບສວນ – ສອບສວນ ໃນການດໍາເນີນຄະດີ, ການຕິດຕາມກວດກາການປະຕິບັດຄໍາຕັດສີນຂອງສານ ແລະ ມາດຕະການບັງຄັບອື່ນໆຂອງສານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທ່ີ່ໄດ້ກາໍນົດໄວ້ຢ່າງເຂັ້ມງວດ.

ເປັນເຈົ້າການຕິດຕາມກວດກາໃຫ້ເປັນຮູບປະທໍາໃນການປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂອງອົງການລັດຂັ້ນຕ່າງໆທີ່ກ່ຽວຂ້ອງ, ພ້ອມທັງຄົ້ນຄ້ວາມາດຕະການສະກັດກັ້ນຕໍ່ເປົ້າໝາຍທີ່ມີພຶດຕິກໍາລະເມີດກົດໝາຍ ແລະ ສະເໜີລົງວິິໄນຕໍ່ຜູ້ກະທໍາຜິດຢ່າງທັນການ, ສືບຕໍ່ຈັດຕັ້ງປະຕິບັດກົນໄກການປະສານສົມທົບ ລະຫວ່າງ ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກຍຸຕິທໍາແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະ ກົດໝາຍ ທັງຮັບປະກັນຄວາມສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພາກສ່ວນຕ່າງໆ ຕາມກົດໝາຍໄດ້ກາໍນົດໄວ້,  ຕິດຕາມກວດກາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂອບເຂດຄວາມຮັບຜິດຊອບ ເພື່ອຮັບປະກັນໃຫ້ມີຄວາມຍຸຕິທໍາ.

ສານປະຊາຊົນແຂວງ ຕ້ອງເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ, ປັບປຸງກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນ ແລະ ບໍາລຸງສ້າງບຸກຄະລາກອນຂອງສານ ໂດຍສະເພາະຜູ້ພິພາກສາຂອງສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ ໃຫ້ສາມາດຕັດສິນ ແລະ ພິພາກສາຄະດີວ່ອງໄວ ທັນກຳນົດເວລາ ຕາມກົດໝາຍໄດ້ກາໍນົດໄວ້, ປະເມີນຜົນຜູ້ພິພາກສາ ດີ – ເກັ່ງ, ຄົ້ນຄວ້າ ແລະ ຄັດເລືອກ ໃຫ້ໄດ້ຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ທໍາການເພື່ອຍ້ອງຍໍ, ພ້ອມທັງລົງວິໄນຕໍ່ພະນັກງານຜູ້ທີ່ລະເມີດ ຕາມກົດໝາຍໄດ້ກຳນົດໄວ້, ຍົກສູງຄຸນນະພາບການພິຈາລະນາຄະດີ ຂອງສານຂັ້ນຕົ້ນ ແລະ ຂັ້ນອຸທອນ ໃຫ້ຖືກຕ້ອງ, ຊັດເຈນ ແຕ່ຫົວທີ ເພື່ອຫຼຸດຜ່ອນການຂໍອຸທອນ, ການຂໍລົບລ້າງ ແລະ ຮ້ອງຂໍຄວາມເປັນທໍາໄປຫາຫຼາຍພາກສ່ວນ, ເພີ່ມທະວີຄວາມຮັບຜິດຊອບຂອງສານປະຊາຊົນແຂວງ ແລະ ເຂດ ໃນການຄຸ້ມຄອງ, ການຊີີ້ນໍາ ແລະ ກວດກາ ຄໍາຕັດສິນ ຫຼື ຄໍາພິພາກສາຄະດີຂອງສານ ທາງດ້ານກົດໝາຍ, ແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ມີຢູ່ ໃຫ້ຖືກຈຸດ ແລະ ທັນການ ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ ແລະ ເປັນທໍາ, ສືບຕໍ່ພິຈາລະນາຕັດສີນຄະດີ ໂດຍຜູ້ພິພາກສາຜູ້ດຽວ ໃນຄະດີເບົາບາງ, ເລັກນອ້ຍ, ທີ່ມີມູນຄ່າບໍ່ສູງ ຫຼື ໂຈດ ແລະ ຈໍາເລີຍ ຮັບຮູ້ນໍາກັນແລ້ວ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13 ຂອງກົດໝາຍວ່າດ້ວຍສານປະຊາຊົນ ເພື່ອເຮັດໃຫ້ການແກ້ໄຂຄະດີມີຄວາມວ່ອງໄວ.

About admins16