ບໍລິຄຳໄຊ – ບຶງການ ລົງນາມບົດບັນທຶກການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ – ໄທ ລະຫວ່າງ ແຂວງບໍລິຄຳໄຊ – ຈັງຫວັດບຶງການ ຄັ້ງທີ 6 ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ,  ຫົວໜ້າຄະນະຜູ້ແທນ ຝ່າຍແຂວງບໍລິຄຳໄຊ ນຳໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແຂວງບໍລິຄຳໄຊ ສປປ ລາວ ແລະ ຫົວໜ້າຄະນະຜູ້ແທນ ຝ່າຍຈັງຫວັດບຶງການ ນຳໂດຍ ທ່ານ ດຣ ນະລືຊາ ໂຄສາສີວິໄລ ຜູ້ວ່າຣາຊະການຈັງຫວັດບຶງການ, ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຈັງຫວັດບຶງການ ຣາຊະອານາຈັກໄທ, ມີຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການທົບທວນຄືນ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຕາມເນື້ອໃນ ບົດບັນທຶກກອງ ປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ – ໄທ ລະຫວ່າງ ແຂວງບໍລິຄຳໄຊ – ຈັງຫວັດບຶງການ ຄັ້ງທີ 5 ເມື່ອວັນທີ 18 ກັນຍາ 2019 ທີ່ ຈັງຫວັດບຶງການ ຣາຊະອານາຈັກໄທ ເຫັນວ່າ ສະພາບການຮ່ວມມື  ລະຫວ່າງ ແຂວງບໍລິຄຳໄຊ – ຈັງຫວັດບຶງການ ໄດ້ຮັບການຍົກລະດັບຂຶ້ນເທື່ອລະກ້າວ, ສະພາບຊາຍແດນ ໂດຍພື້ນຖານຍັງສືບຕໍ່ມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ, ການໄປ – ມາຫາສູ່, ການແລກປ່ຽນຊື້ – ຂາຍ, ການແລກປ່ຽນທາງດ້ານວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ປະຊາຊົນສອງຝ່າຍ ກໍ່ຍັງໄດ້ຮັບການຮ່ວມມືຊ່ວຍເຫືຼອເຊິ່ງກັນ ແລະ ກັນດ້ວຍດີຕະຫຼອດມາ, ຮ່ວມມືກັນແກ້ໄຂບັນຫາທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ຢ່າງທັນການ, ພ້ອມກັນນັ້ນ ຄະນະຜູ້ແທນສອງຝ່າຍ ໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ດ້ວຍບັນຍາກາດອັນດີ ບົນພື້ນຖານແນໃສ່ການສ້າງໃຫ້ຊາຍແດນຂອງສອງປະເທດ ກາຍເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ ເຊິ່ງຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍ ໃນຖານະການເປັນປະເທດບ້ານໃກ້ເຮືອນຄຽງ ທີ່ດີຮ່ວມກັນ.

ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື, ແລກປ່ຽນວຽກງານຮ່ວມກັນ ລະຫວ່າງ ແຂວງບໍລິຄໍາໄຊ – ຈັງຫວັດບຶງການ ໃນຊຸມປີຕໍ່ໜ້າ ສອງຝ່າຍໄດ້ເຫັນດີເປັນເອກະພາບບາງເນື້ອໃນຮ່ວມກັນ ເປັນຕົ້ນແມ່ນ ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການອຳນວຍຄວາມສະດວກ ແລະ ຄວາມປອດໄພ ໃນການເຂົ້າ – ອອກເມືອງ, ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ, ການຮ່ວມມືໃນການດຳເນີນກິດຈະການຕ່າງໆຕາມແມ່ນ້ຳຂອງ, ການສົ່ງເສີມການຮ່ວມມືດ້ານຕ່າງໆ ແລະ ການປະສານງານຮ່ວມກັນ.

ຫຼັງຈາກນັ້ນ ກໍ່ໄດ້ມີພິທີລົງນາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ລາວ – ໄທ ລະຫວ່າງ ແຂວງບໍລິຄຳໄຊ – ຈັງຫວັດບຶງການ ຄັ້ງທີ 6 ຮ່ວມກັນ, ຕາງໜ້າຄະນະຜູ້ແທນ ຝ່າຍແຂວງບໍລິຄຳໄຊ ລົງນາມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແຂວງບໍລິຄຳໄຊ ສປປ ລາວ ແລະ ຕາງໜ້າຄະນະຜູ້ແທນ ຝ່າຍຈັງຫວັດບຶງການ ລົງນາມໂດຍ ທ່ານ ດຣ ນະລືຊາ ໂຄສາສີວິໄລ ຜູ້ວ່າຣາຊະການຈັງຫວັດ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຈັງຫວັດບຶງການ ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນທັງສອງຝ່າຍ ຮ່ວມເປັນສັກຂີພິຍານ.

About admins14