ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງທ່າພະບາດ ຄັ້ງທີ 10 ສະໄໝທີ VI

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງທ່າພະບາດ ຄັ້ງທີ 10 ສະໄໝທີ VI ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14 – 15 ກຸມພາ 2023 ທີ່ຫ້ອງປະຊຸມຂອງເມືອງ, ໂດຍການເປັນປະທານ ສະຫາຍ ສົມສົດ ແສງອາພອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງທ່າພະບາດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ກຳລັງ ປກຊ – ປກສ, ຫົວໜ້າຫ້ອງການ ຕະຫຼອດຮອດນາຍບ້ານທົ່ວເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານສູນກາງພັກ ຄັ້ງທີ່ 5 ສະໄໝທີ XI, ຮັບຟັງການຜ່ານຮ່າງບົດສັງເກດຕີລາຄາການນໍາພາ – ຊີ້ນຳ ຂອງຄະນະບໍລິຫານງານພັກເມືອງທ່າພະບາດ ປະຈໍາປີ 2022 ແລະ ແຜນສູ້ຊົນ ປີ 2023, ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 1 ປີ ຜ່ານມາ, ຮັບຟັງການລາຍງານບາງວຽກງານຈາກຂະແໜງການ ເປັນຕົ້ນແມ່ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານຂອງລັດປະຈໍາປີ, ວຽກງານຂະບວນການຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ການຜະລິດເພື່ອຄ້ຳປະກັນສະບຽງອາຫານ, ວຽກງານຄວບຄຸມການບຸກລຸກຖາງປ່າໄມ້ເຮັດໄຮ່, ເຮັດສວນ ແລະ ມາດຕະການປ້ອງກັນໄຟໄໝ້ລາມປ່າ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ປັບປຸງກົງຈັກການຈັດຕັ້ງພາຍໃນເມືອງ ແລະ ທິດທາງຈັດຕັ້ງປະຕິບັດໃນຕໍ່ໜ້າ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງພັດທະນາດິນ ໃນໄລຍະໃໝ່ ແລະ ປົກປັກຮັກສາສິ່ງແວດລ້ອມ.

ຫຼັງຈາກນັ້ນ ກອງປະຊຸມໄດ້ຮັບຮອງເອົາບົດຕີລາຄາລວມ ຂອງອົງຄະນະພັກເມືອງທ່າພະບາດໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນການປີ 2023, ພ້ອມດຽວກັນນັ້ນ ຜູ້ແທນຂອງກອງປະຊຸມກໍ່ໄດ້ປະກອບຄຳຄິດເຫັນຢ່າງພາວະວິໄສ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຕົກລົງເປັນເອກະພາບກັນ ສືບຕໍ່ເສີມຂະຫຍາຍຜົນສຳເລັດ ແລະ ປັບປຸງແກ້ໄຂ ຈຸດອ່ອນ – ຂໍ້ຄົງຄ້າງ ເພື່ອເຮັດໃຫ້ທົ່ວເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມອຸ່ນອຽນ ເຊຶ່ອໝັ້ນຕໍ່ການນຳພາຂອງພັກ, ເສດຖະກິດ-ສັງຄົມ ມີການພັດທະນາຢ່າງຕໍ່ເນື່ອງ ໄປຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ກໍ່ຄືມະຕິ VI ຂອງອົງຄະນະພັກເມືອງທ່າພະບາດວາງອອກ ໃຫ້ປະກົດຜົນເປັນຈິງ.

About admins14