ສຶກສາແຂວງ ຈັດກອງປະຊຸມວຽກງານກິລາ-ກາຍຍະກໍາມວນຊົນ

ກອງປະຊຸມວຽກງານກິລາ-ກາຍຍະກໍາມວນຊົນ ແລະ ເຜີຍແຜ່ນິຕິກໍາ ສົ່ງເສີມການອອກກໍາລັງກາຍຫຼີ້ນກິລາຂອງມວນຊົນ ໄດ້ໄຂຂື້ນໃນຕອນບ່າຍຂອງວັນທີ 15 ກຸມພາ 2023 ຢູ່ສະໂມສອນໃຫຍ່ຂອງເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.

ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ທັງເປັນຜູ້ຊີ້ນໍາວຽກງານກິລາ- ກາຍຍະກໍາມວນຊົນໄດ້ໃຫ້ຮູ້ວ່າ: ການອອກກໍາລັງກາຍໃນ 7 ຕົວເມືອງທົ່ວແຂວງບໍລິຄໍາໄຊ ແມ່ນຍັງມີໜ້ອຍ ຖ້າທຽບໃສ່ກັບຈໍານວນພົນລະເມືອງ ເຊັ່ນ: ເມືອງປາກຊັນ ມີຈໍານວນປະຊາກອນ 56.280 ຄົນ ຄິດເປັນສ່ວນຮ້ອຍຂອງການອອກກໍາລັງກາຍໄດ້ 40,30%, ເມືອງທ່າພະບາດ 26.218 ຄົນ ເທົ່າກັບ 79,37%, ເມືອງປາກກະດິງ 59.924 ຄົນ ເທົ່າກັບ 18,78%, ເມືອງບໍລິຄັນ 56.985 ຄົນ ເທົ່າກັບ 25,10%, ເມືອງຄໍາເກີດ 76.545 ຄົນ ເທົ່າກັບ 23,98%, ເມືອງວຽງທອງ 37.519 ຄົນ ເທົ່າກັບ 21,20 % ແລະ ເມືອງໄຊຈໍາພອນ 11.124 ຄົນ ເທົ່າກັບ 20,13 %.

ເພື່ີອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ຄະນະຮັບຜິດຊອບວຽກງານກິລາມວນຊົນ ໄດ້ເແນະນໍາຮ່າງລົງທະບຽນໃນການເກັບກໍາການອອກກໍາລັງກາຍພາຍໃນເມືອງ ເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນ ແລະ ກໍານົດພາກສ່ວນຄະນະຮັບຜິດຊອບເກັບກໍາຂໍ້ມູນການຫຼິ້ນກິລາໃນສະຖານທີ່ການອອກກໍາລັງກາຍຕ່າງໆ.

ເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມດັ່ງກ່າວ ຄະນະຮັບຮັບຜິດຊອບກອງປະຊຸມ ຮ່ວມກັບການນໍາຂອງເມືອງວຽງທອງ ໄດ້ພ້ອມກັນສ້າງຂະບວນການ ເຕະບານຂື້ນທີ່ເດີ່ນບານໂຮງຮຽນ ມສ ວຽງທອງ, ການສ້າງຂະບວນການຄັ້ງນີ້ ນອກຈາກເປັນການຊົມເຊີຍຜົນສໍາເລັດຂອງກອງປະຊຸມແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ການນໍາຂອງເມືອງ ແລະ ການນໍາຂອງຂະແໜງການສຶກສາທິການ ແລະ ກິລາ ອີກດ້ວຍ.

About admins16