ເລີ່ມລົງມືກໍ່ສ້າງແລ້ວ ຂົວມິດຕະພາບແຫ່ງທີ່ 5 ບໍລິຄຳໄຊ-ບຶງການ

ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ໄດ້ຮັບການລົງນາມຂໍ້ຕົກລົງໂຄງການກໍ່ສ້າງລະຫວ່າງສອງລັດຖະບານຮຽບຮ້ອຍແລ້ວ ຢູ່ແຂວງບໍລິຄຳໄຊ, ຂົວແຫ່ງນີ້ຈະຖືກສ້າງຢູ່ລະຫວ່າງ ເຂດບ້ານກ້ວຍອຸດົມ ຫາ ບ້ານຫາງຊີງສະຫວ່າງ ເມືອງປາກຊັນ ໂດຍຈະໄດ້ໃຊເວລາໃນການກໍ່ສ້າງ 36 ເດືອນ, ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 9 ທັນວາ 2020.

ໂຄງການ ແມ່ນໄດ້ເລີ່ມສໍາຫຼວດແຕ່ປີ 2014 ແລະ ໄດ້ມາຮັບຮອງເອົາໃນປີ 2016, ຜ່ານການຄົ້ນຄວ້າພິຈາລະນາ ມາຮອດປີ 2019 ລັດຖະບານທັງສອງຝ່າຍ ໄດ້ຮ່ວມກັນເຊັນສັນຍາເພື່ອສ້າງຄວາມສາມັກຄີລະຫວ່າງ ລາວ-ໄທ ໃນການກໍ່ສ້າງຂົວແຫ່ງນີ້ ຈົນມາຮອດວັນທີ່ 30 ພະຈິກ ປີ 2020 ຈຶ່ງໄດ້ມີການເຊັນສັນຍາລະຫວ່າງໂຄງການກັບຜູ້ຮັບເໝົາກໍ່ສ້າງ ໂດຍຕາມການອອກແບບ ເສົາກາງນ້ຳຈະສ້າງເປັນຮູບແຄນ ລວມໄລຍະທັງໝົດຂອງໂຄງການນີ້ແມ່ນ 16 ກິໂລແມັດ, ສະເພາະຢູ່ເບື້ອງລາວແມ່ນມີຄວາມຍາວ 4,21 ກິໂລແມັດ ມູນຄ່າການກໍ່ສ້າງທັງໝົດຂອງໂຄງການຝ່າຍລາວແມ່ນ 1.380 ລ້ານບາດ.

ສຳລັບການບຸກເບີກເນື້ອທີ່ ຂອງໂຄງການກໍ່ສ້າງຂົວມິດຕະພາບແຫ່ງນີ້ ກວມເອົາ 52 ເຮັກຕ່າ, ຄວາມຍາວຂອງທາງເລກທີ 13 ເຂົ້າຫາຂົວ ແມ່ນ 2,86 ກິໂລແມັດ ແລະ ໄດ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ວັນທີ 9 ທັນວາ 2020 ເປັນຕົ້ນໄປ ໂດຍຈະສ້າງເປັນທາງເບຕົ່ງ, ຄວາມກວ້າງຂອງທາງ ແມ່ນ 24 ແມັດ ແລະ ມີດອນກາງ 5 ແມັດ ເພື່ອເປັນທີ່ສາທາລະນະ ແລະ ເປັນສວນດອກໄມ້ຕ່າງໆລວມທັງຂອບທາງຍ່າງ, ສາມາດແລ່ນໄດ້ 4 ເລນ, ມີຈຸດຈອດລົດອີກຈຸດໜຶ່ງລວມເປັນ 6 ເລນ ແລະ ຈະໃຫ້ສຳເລັດພາຍໃນ 36 ເດືອນ.

About admins14