ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

ເພື່ອເປັນການກວດກາຕີລາຄາຄືນ ການຊີ້ນຳ-ນຳພາຂອງຄະນະພັກ, ສະມາຊິກພັກ-ພະນັກງານ ໃນລະຫວ່າງວັນທີ 10-11 ທັນວາ 2020 ໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປີດບັ້ນດໍາເນີນຊີວິດການເມືອງກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຕົນຂຶ້ນຢ່າງເປັນທາງການຢູ່ຫ້ອງປະຊຸມ ຄະນະບໍລິຫານງານຊາວໜຸ່ມແຂວງ, ໂດຍການເປັນປະທານຂອງ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານພາຍໃນຄະນະບໍລິຫານງານຊາວໜຸ່ມແຂວງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ໄດ້ເຊື່ອມຊຶມບັນດາເອກະສານທີ່ສໍາຄັນ ເປັນຕົ້ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018, ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງຂອງກົມການເມືອງ ສູນກາງພັກ ວ່າດ້ວຍການເພີ່ມທະວີ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພ້ອມທັງ ໄດ້ມີການແບ່ງຈຸແບ່ງໜ່ວຍ ຜ່ານໃບສໍາຫຼວດຕີລາຄາຈັດແບ່ງປະເພດແຕ່ລະສະຫາຍ ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ.

About admins16