ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ປະເມີນພະນັກງານ-ລັດຖະກອນ ປະຈຳປີ 2020

ໃນວັນທີ 10 ທັນວາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ປະຈຳປີ 2020 ຂຶ້ນ ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພະແນກ ແລະ ພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ທ່ານປະທານ ໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສຳຄັນຂອງດຳລັດ 300/ລບ ວ່າ: ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ກໍ່ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ ແລະ ຖືກຕ້ອງກັບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ການປະເມີນນີ້ ມີ 2 ແບບ ຄື: ການປະເມີນຜົນປົກກະຕິ ແມ່ນການຕີລາຄາຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເປັນປະຈຳໜຶ່ງປີ ຕໍ່ໜຶ່ງຄັ້ງ ແລະ ການປະເມີນຜົນສະເພາະ ແມ່ນການຕີລາຄາກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່, ກ່ອນຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ກ່ອນສິ້ນສຸດ ຫຼື ພາຍຫຼັງ ສຳເລັດການປະຕິບັດໜ້າທີ່ວຽກງານໃດໜຶ່ງ ໂດຍມີມາດຕະການວັດແທກ ແລະ ລະດັບການປະເມີນຜົນ 3 ເນື້ອໃນຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ, ດ້ານຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ເຊິ່ງຕ້ອງໄດ້ແຕ່ງຄະນະຊີ້ນຳ ຄະນະວິຊາການປະເມີນຜົນໃນການດຳເນີນ, ສຳລັບເງື່ອນໄຂຂອງຜູ້ຖືກປະເມີນຕ້ອງເປັນລັດຖະກອນສົມບູນ ທີ່ປະຈຳການຢູ່ພາຍໃນ, ປະຈຳການປົກກະຕິຢ່າງໜ້ອຍ 9 ເດືອນ ຂອງຮອບການປະເມີນ ກ່ອນການແຕ່ງຕັ້ງ, ກ່ອນການຍົກຍ້າຍ ຫຼື ສຳເລັດວຽກງານໃດໜຶ່ງ ແລະ ບໍ່ຢູ່ໃນໄລຍະຖືກມາດຕະການທາງວິໄນ. ດຳລັດສະບັບນີ້ມີທັງໝົດ 7 ໝວດ 2 ມາດຕາ.

About admins16