ເມືອງ ວຽງທອງ ໄດ້ຮັບການສັກຢາວັກຊີນກັນພະຍາດໂຄວິດ-19 ແລ້ວ 9 ພັນ ກວ່າຄົນ

ໃນລະຫວ່າງວັນທີ 31 ສີງຫາ – 2 ກັນຍາ 2021 ຢູ່ໂຮງໝໍຊຸມຊົນເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ເປີດຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມຄົນເປົ້າໝາຍ ທີ່ມີຄວາມສ່ຽງ ເພື່ອຕ້ານ, ຫລຸດຜ່ອນການເຈັບເປັນ ແລະ ການເສຍຊີວິດຈາກການລະບາດຂອງພະຍາດໂຄວິດ-19 ທັງເປັນການຫລຸດຜ່ອນສະພາວະກົດດັນທາງສັງຄົມ ແລະ ເສດຖະກິດ, ຮັບປະກັນສືບຕໍ່ການໃຫ້ບໍລິການທີ່ຈໍາເປັນຂອງລະບົບສາທາລະນະສຸກເຄື່ອນໄຫວເປັນປົກກະຕິ ແລະ ແຜນແບ່ງປັນວັກຊີນກັນພະຍາດ ໂຄວິດ-19 ແລະ ຕາມການຕົກລົງເຫັນດີສະໝັກໃຈຂອງບຸກຄົນໃນກຸ່ມເປົ້າໝາຍທີ່ມີຄວາມສ່ຽງໃຫ້ໄດ້ຮັບການສັກວັກຊີນ.

ກຸ່ມເປົ້າໝາຍ ທີ່ຈະໄດ້ຮັບການສັກວັກຊີນທົ່ວເມືອງ ວຽງທອງ ມີທັງໝົດ 19.538 ຄົນ, ມາຮອດປະຈຸບັນ ແມ່ນໄດ້ຮັບການສັກວັກຊີນ 3 ຊະນິດ ຄື ຊີໂນຟາມ , ແອສຕາຊີເນກາ , ຈອນສັນແອນຈອນສັນ ໃຫ້ກຸ່ມເປົ້າໝາຍທັງໝົດໃນຮອບທີ່ 11 ນີ້ ແມ່ນ ໄດ້ຮັບວັກຊີນທັງໝົດ 9.964 ຄົນ.

About admin11