ກອງປະຊຸມ ປຶກສາຫາລືທາບທາມຄຳເຫັນຂັ້ນເມືອງ ກ່ຽວກັບນິຕິກຳ ວ່າດ້ວຍການປັບໄໝຜູ້ທີ່ລະເມີດຕໍ່ລະບຽບສິ່ງແວດລ້ອມ

ໃນວັນທີ 3 ກັນຍາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມປືກສາຫາລືທາບທາມຄຳເຫັນຂັ້ນເມືອງ ກ່ຽວກັບຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການປັບໄໝຜູ້ທີ່ລະເມີດຕໍ່ລະບຽບສິ່ງແວດລ້ອມ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກ່ອນທຳມະຊາດ ແລະສີ່ງແວດລ້ອມແຂວງ, ມີບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງ, ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ບຸນເພັງ ມະຫາວົງ ຮັກສາການ ຫົວໜ້າຂະແໜງ ສີ່ງແວດລ້ອມ ແຂວງ ບໍລິຄຳໄຊ ໄດ້ອະທິບາຍ ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການປັບໃໝຜູ້ທີ່ລະເມີດຕໍ່ລະບຽບສິ່ງແວດລ້ອມ ເຊີ່ງຍົກໃຫ້ເຫັນເນື້ອໃນແຕ່ລະໝວດ ແຕ່ລະມາດຕາຢ່າງຈະແຈ້ງ ແລະ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈເລີກເຊິ່ງ ແລະ ພ້ອມກັນປະກອບຄໍາຄິດ, ຄໍາເຫັນໃສ່ແຕ່ລະໝວດ, ແຕ່ລະມາດຕາດ້ວຍຄວາມຮັບຜິດຊອບສູງ ເພື່ອຄວາມເປັນເອກະພາບກັນທົ່ວແຂວງ ແລ້ວນຳສະເໜີໃຫ້ສະ ພາປະຊາຊົນປະຈຳແຂວງ ເປັນຜູ້ລົງຄະແນນສຽງຮັບຮອງເອົາ.

ຂໍ້ຕົກລົງສະບັບນີ້ ສ້າງຂື້ນເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງວຽກງານສີ່ງແວດລ້ອມ, ແນໃສ່ເຮັດໃຫ້ທຸກຄົນໃນສັງຄົມມີສະຕິຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍພ້ອມກັນປົກປັກຮັກສາສີ່ງແວດລ້ອມໃຫ້ມີຄຸນນະພາບດີ, ໄປຕາມທິດຍືນຍົງ ສີຂຽວ, ສະອາດ ງາມຕາ ແລະ ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາເສດຖະກິດ – ສັງຄົມ ຂອງແຂວງ.

ຮ່າງຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ວ່າດ້ວຍການປັບໃໝຜູ້ທີ່ລະເມີດຕໍ່ລະບຽບສິ່ງແວດລ້ອມ ປະກອບມີ 7 ໝວດ, 33 ມາດຕາ.

About admin11