ຊາວ​ໜຸ່ມ​ສານປະຊາຊົນແຂວງບໍ​ລິ​ຄຳ​ໄຊ ໄດ້ຮັບ​ນາມ​ມະ​ຍົດ ຊາວໜຸ່ມ 4 ບຸກ

ພິ​ທີມອ​ບ-​ຮັບ​ໃບ​ຢັ້ງ​ຢືນ 4 ບຸກ ປະ​ຈຳ​ປີ 2020 ຂອງ​​ຊາວ​ໜຸ່ມໜ່ວຍຮາກ​ຖານ​ສານປະ​ຊາ​ຊົນ ​ແຂວງບໍລິຄຳໄຊ ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 3 ກັນ​ຍາ 2021 ຢູ່​ທີ່​ຫ້ອງ​ປະຊຸມສານປະຊາ​ຊົນ​ແຂວງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ກົມ​ມະ​ນາ ສຸ​ຂະ​ວົງ ເລ​ຂາ​ຊາວ​ໜຸ່ມ​ໜ່ວຍ​ຮາກ​ຖານ​ສານ​ປະ​ຊາ​ຊົນ​ແຂວງ ເປັນ​ກຽດ​ເຂົ້າ​ຮ່ວມ​ພິທີ​ໃນ​ຄັ້ງ​ນີ້​ ໂດຍ ສະຫາຍ ທະ​ນູ​ວັນ ວົງ​ມະ​ນີ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະ​ຫາຍ ໄລ​ລາ​ທອງ ຂັນ​ຕິ​ຍະ​ລາດ ກຳ​ມະ​ການ​ພັກ​ແຂວງ, ເລຂາໜ່ວຍພັກສານປະຊາຊົນແຂວງ, ມີແຂກ​ຖືກ​ເຊີນ, ຊາວໜຸ່ມແຮກສ່ຽວ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ​ຕະ​ຫຼອດ​ໄລ​ຍະ 1 ປີ​ຜ່ານ​ມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກສານປະຊາຊົນແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ​, ຊາວ​ໜຸ່ມໜ່ວຍຮາກຖານສານ​ປະ​ຊາ​ຊົນ​ແຂວງ ​ປັດຈຸບັນມີຊິກຊາວໜຸ່ມທັງໜົດ 29 ສະຫາຍ, ຍິງ 12 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ເຊິ່ງສະ​ແດງ​ອອກແຕ່ລະດ້ານ ດັ່ງນີ້: ດ້ານ​ການ​ເມືອງ​ແນວ​ຄິດ ​​ຕີ​ລາຄາ​ໄດ້ 98 %, ດ້ານ​ຝຶກ​ຝົນ​ຫຼໍ່​ຫຼອມ​ຮໍ່າຮຽນຕີ​ລາຄາ​ໄດ້ 98,05%, ດ້ານ​ການຈັດ​ຕັ້ງ​ຕີ​ລາຄາ​ໄດ້ 98,05% ແລະ ດ້ານວິຊາ​ຊີບ​ສ້າງ​ວຽກ​ເຮັດ​ງານ​ທຳ ຕີ​ລາຄາ​ໄດ້ 98%.

ເພື່ອຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ໄລຍະ 1 ປີ ຜ່ານ​ມາ ສະ​ຫາຍ ທະ​ນຸ​ວັນ ວົງ​ມະ​ນີ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ແຂວງ ​ໄດ້​ເປັນ​ກຽດ​ຂຶ້ນມອບ​ໃບ​ຢັ້ງຢືນ 4 ບຸກ ແລະ ທຸງ​ໄຊ​ນຳ​ໜ້າ 4 ບຸກ ໃຫ້​ຊາວ​ໜຸ່ມໜ່ວຍຮາກຖານ​ສານ​ປະ​ຊາ​ຊົນ​ແຂວງ​ ​​​ແລະ ໃນ​ວາ​ລະ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ນີ້ ຍັງໄດ້​ຈັດ​ພິ​ທີ​ລາ​ອອກ​ ໃຫ້​ຊາວ​ໜຸ່ມ​ທີ່​ພົ້ນ​ອາ​ຍຸກະ​ສຽນ​ຊາວ​ໜຸ່ມ ຈຳ​ນວນ 3 ສະ​ຫາຍ, ຍິງ 1 ສະ​ຫາຍ.

ສະ​ຫາຍ ທະ​ນຸ​ວັນ ວົງ​ມະ​ນີ ຮອງ​ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ແຂວງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງກ່ອນ​ອື່ນ ສະຫາຍ​​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ເນັ້ນໜັກ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ທຸ​ກ​ສະ​ຫາຍ ​ຈົ່ງ​​ໄດ້​ເອົາ​ໃຈ​ໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ກໍຄືແຜນການໃນ​ຕໍ່​ໜ້າ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ໂດຍຕິດພັນກັບການ​ປະ​ຕິ​ບັດໜ້າທີ່ວຽກ​ງານວິຊາສະເພາະ​ຂອງ​ຕົນ, ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫຼອດໄປ.  

About admins14