ເມືອງ ວຽງທອງ ເຊື່ອມຊື່ມ, ຜັນຂະຫຍາຍ ມະຕິ 04/ ຄບສພ)

  

     ໃນວັນທີ 21 ທັນວາ 2021 ກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊີ່ງວຽກງານພະນັກງານເຊີ່ງຈັດຂື້ນຢູ່ສະໂມສອນກອງບັນຊາດັ່ງກ່າວ.​ ໂດຍເປັນກຽດເຂົ້າຮ່ວມເຜີຍແຜ່ ຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກພະນັກງານ, ມີຄະນະພັກ, ຄະນະບັນຊາ, ພະນັກງານພາຍໃນກົມກອງ ເຂົ້າຮ່ວມ.

      ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈມະຕິດັ່ງກ່າວ ເຊີ່ງທ່ານໄດ້ຍົກໃຫ້ເຫັນທິດທາງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊີ່ງໃນການເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງພະນັກງານທຸກຂັ້ນໄປຕາມທິດກະທັດຮັດ ແລະ ມີປະສິດທິພາບ, ເພີ່ມທະວີວຽກງານບຳລຸງສ້າງພະນັກງານໃນຕຳແໜ່ງງານຕ່າງໆ ໃຫ້ສອດຄ່ອງກັບການເລັ່ງທວງຂອງວຽກງານໃນໄລຍະໃໝ່, ເອົາໃຈໃສ່ຄຸ້ມຄອງນໍາໃຊ້ພະນັກງານຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມບໍລິສຸດຕໍ່ພັກ – ລັດ ແລະ ປະຊາຊົນ, ມີຄວາມສາມັກຄີ, ມີຄວາມຮູ້ – ຄວາມສາມາດ ທີ່ໄດ້ຜ່ານການທົດສອບຈາກຂະບວນການວຽກງານຕົວຈິງ, ມີຫົວຄິດປະດິດສ້າງທີ່ເປັນປະໂຫຍດໃຫ້ແກ່ວຽກງານສ່ວນລວມ ແລະ ມີຜົນງານຜົນສໍາເລັດໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ມີນ້ຳໃຈເສຍສະຫລະສູງ, ຕັ້ງໜ້າຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງມີຄວາມຮັບຜິດຊອບສູງ.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ຄະນະພັກ, ຄະນະບັນຊາ, ພະນັກງານພາຍໃນກົມກອງໄດ້ເຂົ້າໃຈ, ກໍາແໜ້ນໄດ້ເນື້ອໃນຈິດໃຈຂອງມະຕິດັ່ງກ່າວ ແລະ ພ້ອມກັນນໍາໄປຈັັດຕັ້ງປະຕິບັັດໃຫ້ຖືກຕ້ອງຕາມແຜນໃນໄລຍະໃໝ່.

      ຕອນບ່າຍ ວັນທີ 21  ທັນວາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນIII ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີກອງປະຊຸມເຜີຍແຜ່ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານ ງານສູນກາງພັກເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນໍາພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລີກເຊີ່ງວຽກງານພະນັກງານ ໂດຍເປັນກຽດເຂົ້າຮ່ວມເຜີຍແຜ່ ຂອງ ທ່ານ  ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ – ລັດເມືອງ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ຫົວໜ້າໜ່ວຍງານ, ພະນັກງານລັດຖະກອນ ຂົງເຂດການເມືອງ ແລະ ຂົງເຂດອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

 

 

 

About admin11