ຮອງເລຂາພັກເມືອງ ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາຈຸດສຸມໃຈກາງບ້ານນາໂທ

    ໃນວັນທີ 21 ທັນວາ 2021 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກງານພັັກ – ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງຂັ້ນເມືອງ ໄດ້ໃຫ້ຄໍາຄິດເຫັນຊີ້ນໍາຕໍ່ພະນັກງານກໍ່ສ້າງຮາກຖານການເມືອງປະຈໍາຈຸດສຸມໃຈກາງບ້ານນາໂທ ໂດຍມີ ທ່ານ ພັທ ແສງແກ້ວ ຄໍາປັນຍາ ຫົວໜ້າພະແນກກໍ່ສ້າງຮາກຖານ ທະຫານແຂວງບໍລິຄໍາໄຊ ພ້ອມດ້ວຍພະນັັກງານກໍ່ສ້າງຮາກຖານ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ ເຂົ້າຮ່ວມ.

     ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ໄດ້ຍົກໃຫ້ເຫັນສະພາບຈຸດພິເສດຂອງບ້ານນາໂທ ພ້ອມທັງໃຫ້ທິດຊີ້ນໍາພະນັກງານກໍ່ສ້າງຮາກຖານເມືອງທີ່ລົງປະຈໍາຢູ່ບ້ານນາໂທ ຈົ່ງພ້ອມກັນປະຕິບັດໃຫ້ຖືກຕ້ອງຕາມນິຕິກຳທີ່ວາງອອກ ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ປະຊາຊົນໃຫ້ທົ່ວເຖິງ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກໍາສະຖິຕິຂໍ້ມູນຕ່າງໆຂອງບ້ານ,​ ພ້ອມທັງກວດກາ ຕິດຕາມບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນ ເພື່ອພ້ອມກັນຊອກວິທີທາງແກ້ໄຂ ແນໃສ່ເຮັດໃຫ້ບ້ານມີຄວາມສະຫງົບໜັກແໜ້ນ, ມີການພັດທະນາຂື້ນຢ່າງຕໍ່ເນື່ອງ.​

    

About admin11