ເຈົ້າແຂວງບໍລິຄໍາໄຊ ລົງພົບປະຊີ້ນຳກຳລັງປ້ອງກັນຄວາມສະຫງົບ ເມືອງຄຳເກີດ

ຕອນບ່າຍວັນທີ 17 ທັນວາ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນແຂວງ ໄດ້ລົງເຄື່ອນໄຫວພົບປະໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກຳລັງປ້ອງກັນຄວາມສະຫງົບ ເມືອງ ຄຳເກີດ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງ ຄຳເກີດ ພ້ອມດ້ວຍຄະນະນຳຂັ້ນເມືອງ.

          ທ່ານ ພັນໂທ ລຳເງີນ ພະບາດໄຊ ຫົວໜ້າກອງບັນຊາການ ປກສ ເມືອງຄຳເກີດ ໄດ້ຂື້ນລາຍງານສະພາບໂດຍຫຍໍ້ທີ່ພົ້ນເດັ່ນ ເຊັ່ນ: ທົ່ວເມືອງມີຄະດີເກີດຂື້ນທັງໝົດ 140 ລາຍ, ກັກຕົວຜູ້ຖືກຫາໄດ້ 204 ຄົນ, ຍິງ 18 ຄົນ, ສາມາດຢືດຂອງກາງປະເພດຢາບ້າໄດ້ 20.286 ເມັດ, ເຮໂຣອີນ 600 ກິໂລກຼາມ, ຢາໄອ 35 ແທ່ງ, ຄັນຊາແຫ້ງ 1.865 ແທ່ງ, ລົດໃຫຍ່ 4 ຄັນ, ລົດຈັກ 5 ຄັນ, ອຸປະຕິເຫດເກີດຂື້ນ 75 ເລື່ອງ, ອັກຄີໄພ 5 ເລື່ອງ.

ຈາກນັ້ນ ທ່ານເຈົ້າເມືອງ ແລະ ຄະນະກອງບັນຊາການ ປກສ ແຂວງ ກໍ່ໄດ້ຂື້ນປະກອບຄຳຄິດຄຳເຫັນຕໍ່ບົດສະຫຼູບຫຍໍ້ ພ້ອມເນັ້ນໃນບາງບັນຫາທີ່ຈະຕ້ອງປັບປຸງ ແລະ ແກ້ໄຂເພື່ອນໍາໄປຈັດຕັ້ງປະຕິບັດໄຫ້ດີຂຶ້ນເລື້ອຍໆ.

          ໂອກາດດັ່ງກ່າວ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພະນັກງານ – ນັກຮົບ ທົ່ວ ປກສ ເມືອງຄຳເກີດ ເຊີ່ງກ່ອນອື່ນ ທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ກຳລັງປ້ອງກັນຄວາມສະຫງົບ ທີ່ເມືອງຄໍາເກີດຍາດມາໄດ້ໃນໄລຍະຜ່ານມາ ແລະ ໃດ້ເນັ້ນໜັກບາງບັນຫາທີ່ຈະຕ້ອງປັບປຸງແກ້ໄຂຕໍ່ໜ້າ ຄື: ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ – ນັກຮົບ ໃນຄວາມຮັບຜິດຂອງຕົນ ຢ່າງເປັນປົກກະຕິຕໍ່ເນື່ອງ, ເອົາໃຈໃສ່ປະສານສົມທົບກັບບັນດາອົງການຈັດຕັ້ງຂັ້ນເມືອງ ເຮັດໜ້າທີ່ວຽກງານການເມືອງໃຫ້ສໍາເລັດຕາມຄາດໝາຍ,  ສືບຕໍ່ລົງປະສານສົມທົບກັບອໍານາດການປົກຄອງບ້ານ ເພື່ອແກ້ໄຂຄວາມບໍ່ສະຫງົບພາຍໃນບ້ານ ແລະ ລົງເຊື່ອມຊືມບັນດາເອກະສານທີ່ສຳຄັນຂອງຂັ້ນເທີງໃຫ້ເຂົາເຈົ້າເຂົ້າໃຈ, ສຸມໃສ່ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ເພີ່ມທະວີຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໝົດໄປເທື່ອລະກ້າວ,  ເປັນເຈົ້າການໃນການປ້ອງກັນເວນຍາມ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນວັນສຳຄັນຕ່າງໆຂອງພັກ – ຂອງຊາດໃຫ້ເປັນປົກກະຕິ, ທັງໝົດນີ້ກໍ່ເພື່ອເຮັດໃຫ້ທົ່ວເມືອງຄໍາເກີດມີຄວາມສະຫງົບ, ປອດໄພນັບມື້ນັບດີຂຶ້ນ.

 

About admin11