ເມືອງ ວຽງທອງ ປະຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ

ໃນວັນທີ 18 ສິງຫາ 2021 ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປະຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງລັດຖະທຳມະນູນ ແຫ່ງຊາດຄົບຮອບ 30 ປີ ( 15 ສິງຫາ1991 – 15 ສິງຫາ 2021 ) ຂື້ນຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັອ ຄຳແພນ ວິລືທໍາ, ກໍາມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ ວຽງທອງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າກອງບັນຊາການ ປກຊ – ປກສ, ກອງພັນ 617, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ,ສະມາ ຊິກສະພາປະຊາຊົນແຂວງ, ປະຈຳເມືອງ ວຽງທອງ ໄດ້ຂື້ນເລົ່າຄືນມູນເຊື້ອວັນສ້າງຕັ້ງລັດຖະທຳມະນູນຄົບຮອບ 30 ປີ ເຊີ່ງ ທ່ານ ໄດ້ຫວນຄືນຂະບວນວິວັດແຫ່ງການກໍາເນີດມີລັດຖະທໍາມະນູນສະບັບທຳອິດຂອງ ສປປ ລາວ ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງລັດຖະທໍາມະນູນໝາກຜົນຂອງການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນຕະຫຼອດ 30 ປີ ຜ່ານມາມີທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ ແລະ ບັນຫາທີຄວນເອົາໃຈໃສ່ປັບປຸງແກ້ໄຂເຊີ່ງເປັນທິດຊີ້ນໍາສຳຄັນທີ່ສຸດໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ, ລັດຖະທຳມະນູນສະບັບທຳອິດທີ່ສະພາປະຊາຊົນສູງສຸດມີມະຕິຮັບຮອງເອົາໃນວັນທີ 14 ສິງຫາ 1991 ແລະ ປະທານປະເທດໄດ້ອອກດໍາລັດປະກາດໃຊ້ໃນວັນທີ 15 ສິງຫາ 1991 ຖືວ່າ ສປປ ລາວເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງເປັນຮູບປະທໍາຢ່າງແທ້ຈີງລັດຖະທຳມະນູນຖືວ່າເປັນກົດໝາຍແມ່.

ຈາກນັ້ນ ທ່ານ ພັອ ຄຳແພນ ວິລືທຳ ເຈົ້າເມືອງ ວຽງທອງ ກໍ່ໄດ້ຂື້ນເຜີຍແຜ່ເອກະສານກ່ຽວກັບເນື້ອໃນຂໍ້ຕົກລົງວ່າດ້ວຍຍຸດທະສາດການຮ່ວມມືລະ ຫວ່າງ ລັດ ຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄລຍະ 2021 – 2030 ແລະ ເອກະສານ ສັນຍາວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄລຍະ 2021-2025 ຕື່ມອີກ.

About admin11