ສຶກສາເມືອງປາກກະດິງ ເຊື່ອມຊືມບັນດານິຕິກຳຂອງຂະແໜງສຶກສາທິການ ແລະ ກິລາ

ໃນຕອນເຊົ້າວັນທີ 16 ສິງຫາ 2021, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ຈັດກອງປະຊຸມ ເຜີຍແຜ່ ເຊື່ອມຊືມບັນດານິຕິກຳ ຂອງຂະແໜງການສຶກສາທິການ ແລະ ກິລາ ປະຈຳປີ 2021. ພາຍໃຕ້ການເປັນປະທານຂອງ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ມີຄະນະບໍລິຫານການສຶກສາ ແລະ ຄູອາຈານ ພາຍໃນເມືອງປາກກະດິງ ເຂົ້າຮ່ວມເຊື່ອມຊຶມ.

ກອງປະຊຸມໄດ້ບັນຍາຍບັນດານິຕິກຳ ຂອງຂະແໜງການສຶກສາທິການ ແລະ ກິລາ ເປັນຕົ້ນແມ່ນ: ແຜນພັດທະນາຂະແໜງສຶກສາທິການ ແລະ ກິລາ 2021-2025 ຂອງສູນກາງ ແລະ ແຂວງ, ຜົນສຳເລັດຂອງການຈັດຕັ້ງປະຕິບັດ 15 ຄາດໝາຍຂອງແຂວງ ແລະ ເມືອງ, ເອກະສານຄຸນສົມບັດ ແລະ ຈັນຍາບັນຄູ, ເອກະສານການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກ. ກົດໝາຍ ວ່າດ້ວຍການສຶກສາ ສະບັບປັບປຸງ, ດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ, ເອກະສານ 3 ລັກສະນະ 5 ຫຼັກມູນ ແລະ 3 ຂໍ້ແຂ່ງຂັນ ຂອງການສຶກສາ ພ້ອມທັງເຜີຍແຜ່ເອກະສານຄວາມເປັນຜູ້ນຳ, ນຳພາ-ຄຸ້ມຄອງ ແລະ ເອກະສານຫຼັກການຄຸ້ມຄອງໂຮງຮຽນ. ເພື່ອໃຫ້ພະນັກງານຄູອາຈານຮັບຮູ້ ແລະ ເຂົ້າໃຈເລິກເຊີ່ງຕໍ່ຈັນຍາບັນຂອງຕົນ ແລະ ນິຕິກຳຕ່າງໆກ່ຽວກັບວຽກງານການສຶກສາ, ນຳໄປຝຶກຝົນ ແລະ ພັດທະນາຕົນເອງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມປະພຶດທາງດ້ານວິຊາຊີບຄູທີ່ຖືກຕ້ອງ, ປົກປ້ອງສິດ-ຜົນປະໂຫຍດ, ກຽດສັກສີຂອງຄູ ແລະ ນັກຮຽນ. ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະແຜ່ບາດຂອງພະຍາດໂຄວິດ-19 ໃຫ້ໄດ້ຮັບຜົນດີ.

About admin11