ພິທີປະດັບຫຼຽນໄຊ ແລະ ຍ້ອງຍໍຜົນງານການເຄື່ອນໄຫວ ຂອງກອງທຶນໜຶ່ງດວງໃຈ

ພິທີປະດັບຫຼຽນໄຊ ແລະ ຍ້ອງຍໍຜົນງານການເຄື່ອນໄຫວ ຂອງກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ໄລຍະ 5 ປີ ໄດ້ຈັດຂຶ້ນ ໃນວັນທີ 19 ສິງຫາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີການນໍາຂອງແຂວງ, ຄະນະ ແລະ ສະມາຊິກ ກອງທຶນໜຶ່ງດວງໃຈ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການສະຫຼຸບຕີລາຄາຜົນງານ 5 ປີຜ່ານມາ ຈາກ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ວ່າ ກອງທຶນໜຶ່ງດວງໃຈ ໄດ້ສ້າງຕັ້ງຂຶ້ນໃນວັນທີ 14 ມີນາ 2016 ຈຸດປະສົງ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາແຂວງ, ຊ່ວຍເຫຼືອຜູ້ທຸກຍາກດ້ອຍໂອກາດ, ຜູ້ຖືກອຸທົກກະໄພ, ປັບປຸງຂະແໜງການສຶກສາ, ສາທາລະນະສຸກ ແລະ ຂະແໜງການອື່ນໆ ຕາມຄວາມສາມາດຕົວຈິງ.

ແຫຼ່ງທຶນແມ່ນໄດ້ມາຈາກການລະດົມທຶນຈາກສະມາຊິກກອງທຶນ, ຈາກການຂາຍເສື້ອໜຶ່ງດວງໃຈ ແລະ ປາແດກແຊບ, ກິດຈະກຳຫາລາຍໄດ້ ເປັນຕົ້ນແມ່ນ ການຂາຍເຄື່ອງຫາລາຍໄດ້ ໃນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ການແຂ່ງຂັນກິລາມິດຕະພາບການກຸສົນ ແລະ ອື່ນໆ, ພ້ອມນັ້ນ ຍັງໄດ້ລະດົມທຶນຮອນ ແລະ ວັດຖຸສິ່ງຂອງ ຈາກທຸກພາກສ່ວນໃນສັງຄົມ, ມາຮອດປັດຈຸບັນ ສາມາດລະດົມທຶນໄດ້ທັງໝົດ 10,4 ຕື້ວ່າກີບ.

ໄດ້ຊ່ວຍເຫຼືອໃນການກໍ່ສ້າງ ແລະ ສ້ອມແປງໂຮງຮຽນໄດ້ 30 ຫລັງ, ສ້າງໃໝ່ໄດ້ 21 ຫລັງ ແລະ ປະກອບອຸປະກອນ ຈໍານວນ 2 ຫຼັງ ແລະ 1 ສູນຮຽນຮູ້ ລວມມູນຄ່າການຊ່ວຍເຫລືອ 5,91 ຕື້ກວ່າກີບ ແລະ ລະດົມການປະກອບສ່ວນ ຂອງພໍ່ແມ່ປະຊາຊົນ 1,57 ຕື້ກີບ.

ນອກນັ້ນ, ຍັງໄດ້ປະກອບສ່ວນ ມອບເຄື່ອງອຸປະກອນຮັບໃຊ້ໃຫ້ແກ່ການສະແດງ ຂອງສູນວັດທະນະທໍາເດັກແຂວງ, ສະໜອງອຸປະກອນການແພດໃຫ້ໂຮງໝໍແຂວງ ແລະ ໂຮງໝໍທະຫານແຂວງ ເຊັ່ນ: ເຄື່ອງນຸ່ງເຂົ້າຫ້ອງຜ່າຕັດ, ເຄື່ອງອົບເດັກນ້ອຍ ຈໍານວນ 2 ເຄື່ອງ, ເຄື່ອງກວດເລືອດ, ເຄື່ອງກອງນໍ້າ, ສະໂລ່ງໄມ້, ສ້າງສາລາພັກຜ່ອນພີ່ນ້ອງຄົນເຈັບໃຫ້ໂຮງໝໍແຂວງ, ມອບລົດອໍາໂບລັງ ໃຫ້ໂຮງໝໍແຂວງ 1 ຄັນ, ໂຮງໝໍເມືອງຄໍາເກີດ 1 ຄັນ, ສ້ອມແປງໂຮງໝໍເມືອງຄໍາເກີດ, ໄປແຈກຢາຍອາຫານທ່ຽງ ໃຫ້ຄົນເຈັບທີ່ມານອນປິ່ນປົວ ຢູ່ໂຮງໝໍ ແຂວງ ແລະ ໂຮງໝໍທະຫານແຂວງ, ມອບອຸປະກອນໃນການຝຶກສີມືແຮງງານໃຫ້ສູນບໍາບັດໜອງດົງ ແລະ ມອບຜ້າປິດປາກ ແລະ ເຈວລ້າງມື, ມອບອາຫານ ໃຫ້ສູນກັກກັ້ນຊົ່ວຄາວ ເຝົ້າລະວັງພະຍາດໂຄວິດ-19 ຂັ້ນແຂວງ ປະຈໍາຢູ່ຫຼັກ 6, ປະກອບສ່ວນມອບເງິນຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ຂັ້ນສູນກາງ ແລະ ອື່ນໆ ຫຼາຍກວ່າ 1 ຕື້ກີບ.

ພ້ອມນັ້ນ, ຍັງໄດ້ຮ່ວມກັບອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ນໍາເອົາເຄື່ອງນຸ່ງຫົ່ມກັນໜາວ ໄປຊ່ວຍເຫລືອຜູ້ທຸກຍາກໃຫ້ບັນດາເມືອງ 15 ຄັ້ງ, ໄດ້ໄປຢ້ຽມຢາມຊ່ວຍເຫລືອຄອບຄົວອະນາຖາ, ຄອບຄົວທີ່ປະສົບອັກຄີໄພ ຢູ່ເມືອງຄໍາເກີດ, ເມືອງປາກຊັນ, ເມືອງບໍລິຄັນ 15 ຄອບຄົວ, ມອບເງິນຊ່ວຍເຫຼືອນໍ້າຖ້ວມບັນດາແຂວງພາກໃຕ້, ໄດ້ຊ່ວຍເຫຼືອອຸປະກອນກໍ່ສ້າງ ຂົວອູ່ຂ້າມນໍ້າໄຄ້ ບ້ານນໍ້າປັນ ເມືອງໄຊຈຳພອນ, ໄດ້ມອບລົດດັບເພີງ 2 ຄັນ ໃຫ້ກອງບັນຊາການ ປກສ ແຂວງ ເພື່ອປະກອບສ່ວນເອົາໄປນໍາໃຊ້ ຮັບໃຊ້ໃຫ້ແກ່ສັງຄົມ ລວມເປັນມູນຄ່າທັງໝົດ1,51 ຕື້ກວ່າກີບ, ໃນໄລຍະ 5 ປີ ຜ່ານມາ ສາມາດເຄື່ອນໄຫວຊ່ວຍສັງຄົມ ໄດ້ທັງໝົດ 8,6 ຕື້ກວ່າກີບ.

ເພື່ອເປັນການຢັ້ງຢືນເຖິງຜົນງານ ຂອງກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຍັງໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຊ່ວຍເຫຼືອສັງຄົມ ປະກອບສ່ວນໃນການພັດທະນາສ້າງສາປະເທດຊາດ ໃຫ້ກຽດປະດັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ.

ພ້ອມນັ້ນ ຍັງໄດ້ປະດັບຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II ແລະ ຊັ້ນ III ໃຫ້ແກ່ບຸກຄົນຂອງກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ຄື: ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 1 ທ່ານ, ຫຼຽນໄຊແຮງງານ ຊັ້ນ II 7 ທ່ານ ແລະ ຫຼຽນໄຊແຮງງານ ຊັ້ນ III 8 ທ່ານ, ຫຼຽນກາແຮງງານ 8 ທ່ານ, ໃບຍ້ອງຍອງລັດຖະບານ 4 ທ່ານ, ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ 30 ກົມກອງ, 14 ທ່ານ ແລະ ໃບຊົມເຊີຍ 16 ກົມກອງ.

About admins14