ເມືອງ ວຽງທອງທໍາລາຍຊີ້ນສ່ວນສັດປ່າ

ໃນວັນທີ 21 ພຶດສະພາ 2021 ນີ້ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີທໍາລາຍຊີ້ນສ່ວນສັດປ່າ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ມີຫົວໜ້າ, ຮອງຫ້ອງໜ້າຫ້ອງການ, ພະນັກງານ, ນາຍບ້ານ ແລະ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ອາດ ພົມມະສານ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງວຽງທອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໃນການຕິດຕາມກວດກາການເຄື່ອນໄຫວຂອງເຈົ້າໜ້າທີ່ໃນໄລຍະຜ່ານມາ, ຊີ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ມາທໍາລາຍໃນຄັ້ງນີ້ມີຄື: ຊີ້ນສ່ວນໝູປ່າ 99 ກິໂລ ແລະ ຟານ 2 ໂຕ ໜັກ 27 ກິໂລ ການທໍາລາຍຄັ້ງນີ້ແມ່ນໄດ້ຂຸດຂຸມຝັງ.

About admin11