ບໍລິສັດ ຮຸ່ງເຮືອງປ້າຍໂຄສະນາ ມອບຄອມພິວເຕີ ໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ.

ຕອນເຊົ້າ ວັນທີ 21 ພຶດສະພາ 2021 ນີ້; ບໍລິສັດ ຮຸ່ງເຮືອງປ້າຍໂຄສະນາ ແຂວງບໍລິຄໍາໄຊ ໄດ້ນໍາເອົາເຄື່ອງຮັບໃຊ້ວຽກງານຫ້ອງການ ປະເພດ ຄອມພິວເຕີຕັ້ງໂຕະ ຈໍານວນ 01 ຊຸດ, ລວມມູນຄ່າ 4.000.000 ກີບ, ມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານຫ້ອງການ, ກ່າວມອບໂດຍທ່ານ ສິນທະນາ ພິມມະສອນ ອໍານວຍການບໍລິສັດ ຮຸ່ງເຮືອງປ້າຍໂຄສະນາ, ເປັນກຽດກ່າວຮັບໂດຍທ່ານ ພັນໂທ ຄໍາແພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ກອງບັນຊາການ, ຄະນະຫ້ອງ, ມີພະນັກງານທັງ 02 ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ສິນທະນາ ພິມມະສອນ ກ່າວວ່າ: ຍ້ອນເຫັນໄດ້ຄວາມຂາດເຂີນທາງດ້ານວັດຖຸອຸປະກອນ ຮັບໃຊ້ໃນວຽກງານຫ້ອງການ ຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈື່ງໄດ້ນໍາເອົາຄອມພິເຕີຕັ້ງໂຕະ ຢີ່ຫໍ້ Acer  ຈໍາານວນ 01 ຊຸດ, ລວມມູນຄ່າ 4.000.000 ກີບ, ມາມອບໃຫ້ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານຫ້ອງການ, ການພິມເອກະສານ, ການເກັບຮັກສາເອກະສານ ແລະ ວຽກງານດ້ານຕ່າງໆ ໃຫ້ມີຄວາມພຽງພໍສະດວກວ່ອງໄວ ແລະ ເຮັດວຽກງານບໍລິຫານຫ້ອງການໄດ້ຮັບການພັດທະນາດີຂື້ນເປັນກ້າວໆ.

About admin11