ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ ໃຫ້ແກ່ 3 ບ້ານກຸ່ມເທດສະບານເມືອງຄຳເກີດ.

ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2021 ນີ້, ທີ່ຫ້ອງການບ້ານໃຫຍ່ໜອງປ໋ອງໄດ້ຈັດ ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ 11 ຂອງພັກປະຊາຊົນປະຕິວັດລາວໃຫ້ແກ່ 3 ບ້ານກຸ່ມເທດສະບານຄື: ບ້ານໜອງປ໋ອງ, ບ້ານທົ່ງຈະເລີນ ແລະ ບ້ານໂພນເມືອງນ້ອຍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນ. ຄໍາພອນ ເຮືອງມະນີພັນ ຄະນະປະຈໍາພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງ ມີ ເລຂາພັກບ້ານ-ນາຍບ້ານ ແລະ 5 ຕໍາແໜ່ງງານຂອງບ້ານເຂົ້າຮ່ວມ.

ໃນກອງປະຊຸມທ່ານ ນ. ຄໍາພອນ ເຮືອງມະນີພັນ ຄະນະປະຈໍາພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນເຊື່ອມຊຶມຈໍານວນ 4 ເອກະສານມີຄື: ແຈ້ງການແນະນໍາ ຂອງຄະນະປະຈໍາພັກແຂວງສະບັບເລກທີ 276/ຄປມ,ຂບຊ ກ່ຽວກັບການຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ; ເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ; ເອກະສານ ມະຕິກົມການເມືອງສູນກາງພັກ ເລກທີ 206/ກມສພ, ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່; ເອກະ ສານມະຕິເລກທີ 02/ລຍ, ລົງວັນທີ 26 ເມສາ 2021 ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນເມສາ 2021.
ຈຸດປະສົງ ໃນການເຊື່ອມຊຶມເອກະສານໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານການນໍາຫຼັກແຫຼ່ງຂອງເມືອງ ມີແນວຄິດເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນເອກະສານຍຂອງສູນກາງພັກ 3 ບົດ ໃນການຍົກສູງຄຸນນະພາບທາງດ້ານວຽກງານການເມືອງ-ແນວຄິດໃນໄລຍະໃໝ່.

About admin11