ເມືອງໄຊຈໍາພອນ ສ້ອມແປງເສັ້ນທາງ ສ້າງຂະບວນການຂ່ຳນັບຮັບຕ້ອນວັນສໍາຄັນຂອງຊາດ

ໃນວັນທີ 05 ສິງຫາ 2020 ພະນັກງານ, ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ພໍ່ເເມ່ປະຊາຊົນບ້ານໂພນງາມ ໄດ້ພ້ອມພາກັນອອກເເຮງງານລວມ ສ້ອມເເປ້ງເສັ້ນທາງ, ຂຸດຮ່ອງລະບາຍນໍ້າ, ນຳກະສອບຊາຍຖົມບ່ອນເປ່ເພ ແລະ ເກັບຫິນອອກຈາກທາງ ເເຕ່ເທດສະບານເມືອງ ຫາ ຫ້ວຍເລົາ ດ້ວຍໄລຍະທາງ 15 ກ່ວາ ກິໂລເເມັດ ໂດຍພາຍໃຕ້ການນໍາພາຂອງ ທ່ານ ບຸນໂຮມ ຄຳບຸນເຮືອງ ວ່າການຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ.

ການອອກແຮງງານລວມໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນຂ່ຳນັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ແລະ ຊົມເຊີຍວັນສື່ມວນຊົນລາວ ຄົບຮອບ 70 ປີ, ນອກນັ້ນ ຍັງເປັນການສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການສັນຈອນໄປມາລະຫວ່າງບ້ານຕໍ່ບ້ານໃນຊ່ວງລະດູຝົນໃຫ້ມີຄວາມສະດວກສະບາຍຂຶ້ນກ່ວາເກົ່າ, ທັງນີ້ ກໍ່ເພື່ອເປັນການປະຢັດງົບປະມານຂອງລັດອີກດ້ວຍ.

ໃນທຸກໆປີ ເມືອງໄຊຈໍາພອນ ແມ່ນໄດ້ພົບກັບບັນຫາຍຸ້ງຍາກເປັນຕົ້ນເເມ່ນເສັ້ນທາງທຽວໃນຊ່ວງລະດູຝົນນັ້ນ ເເມ່ນສາມາດທຽວໄດ້ລະດູດຽວເນື່ອງຈາກເສັ້ນທາງບ່ອນນັ້ນຂາດ ເປ່ເພຈໍານວນຫຼາຍລົດໃຫຍ່ເເມ່ນບໍ່ສາມາດໄປໄດ້ ດັ່ງນັ້ນ ມາຮອດໃນສົກປີ 2019-2020 ຜ່ານມາ ພັກ-ລັດ ໄດ້ອານຸມັດງົບປະມານຈໍານວນໜຶ່ງເພື່ອກໍ່ສ້າງເສັ້ນທາງອັດເເໜ້ນດິນເເດງ ແຕ່ ເມືອງວຽງທອງ ຫາ ບ້ານພຽງດີ ເມືອງໄຊຈໍາພອນ ສໍາເລັດແລ້ວຕາມແຜນການທີ່ວາງໄວ້ ດ້ວຍໄລຍະທາງຄວາມຍາວ 65 ກວ່າກິໂລເເມັດ ມາຮອດປັດຈຸບັນການສັນຈອນໄປມາຫາກັນເເຕ່ເທດສະບານເມືອງໄຊຈຳພອນ ໄປຫາເມືອງວຽງທອງ ເເມ່ນນັບມື້ສະດວກສະບາຍຂຶ້ນກ່ວາເກົ່າ, ຄະນະຮັບຜິດຊອບ ແລະ ຫ້ອງການທີ່ກ່ຽວຂ້ອງພາຍໃນເມືອງເເມ່ນຈະໄດ້ສືບຕໍ່ປະສານສົບທົບກັບອໍານາດການປົກຄອງເເຕ່ລະບ້ານທົ່ວເມືອງໄຊຈໍາພອນ ເພື່ອສ້າງຂະບວນການອອກເເຮງງານສ້ອມເເປງເສັ້ນທາງໃນຄວາມຮັບຜິດຊອບຂອບເຂດເເຕ່ລະບ້ານໃຫ້ສໍາເລັດ.

About admins16