ບ້ານໃຫຍ່ນໍ້າຢ້າງ ຈັດເກັບລາຍຮັບ ຫລຸດແຜນການ 25%


ຕອນບ່າຍຂອງວັນທີ 6 ສິງຫາ 2020 ຢູ່ຫ້ອງການບ້ານໃຫຍ່ນໍ້າຢ້າງ, ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໄດ້ລົງຊຸກຍູ້ການເກັບລາຍຮັບເຂົ້າງົບປະມານໃນປີ 2020 ຢູ່ບ້ານບ້ານໃຫຍ່ນໍ້າຢ້າງ, ມີພະນັກງານຫ້ອງການ-ການເງິນເມືອງ, ການຈັດຕັ້ງບ້ານ ເຂົ້າຮ່ວມ.


ທ່ານ ມູນ ຄຸນປະເສີດ ນາຍບ້ານໃຫຍ່ນໍ້າຢ້າງ ໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານໃນໄລຍະ 7 ເດືອນຜ່ານມາ ແລະ ແຜນການເດືອນຕໍ່ໜ້າ ວ່າ: ບ້ານໃຫຍ່ນໍ້າຢ້າງໄດ້ຮັບຕົວເລກເກັບລາຍຮັບເຂົ້າງົບປະມານທີ່ຫ້ອງການ-ການເງິນມອບໃຫ້ໃນປີ 2020 ແມ່ນ 171,122,000 ກີບ ເຊີ່ງເກັບຈາກອາກອນມອບເໝົາ 187 ພື້ນຖານ, ຄ່າເຊົ່າ 29 ພື້ນຖານ, ທີ່ດີນ 690 ຕອນ ແລະ ຄ່າບໍລິການອື່ນໆ. ສາມາດປະຕິບັດເກັບລາຍຮັບໄດ້ 53,292,000 ກີບ ເທົ່າກັບ 13,14 % ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຫຼຸດລົງ 25.12 %. ຄາດຄະເນລາຍຮັບໄລຍະ 5 ເດືອນທ້າຍປີແມ່ນ 83,207,000 ກີບ.

ການຈັດເກັບລາຍຮັບ ບໍ່ໄດ້ຮັບຕາມແຜນການທີ່ວາງໄວ້ ກໍເພາະວ່າ ບາງຂະແໜງການທຸລະກິດ ໄດ້ຢຸດເຊົາກິດຈະການ, ບາງຂະແໜງການທີ່ເປີດ ພັດບໍ່ສາມາດດຳເນີນໄດ້ຕາມຈຸດປະສົງ ສາເຫດກໍ່ມາຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ 19 ທີ່ມີຜົນສະທ້ອນໃນທົ່ງສັງຄົມ ແລະ ທຸກມຸມໂລກ, ອີກສາເຫດໜຶ່ງ ກໍ່ມາຈາກນະໂຍບາຍຂອງພັກ – ລັດ ທີ່ມີຕໍ່ບັນດາຂະແໜງທຸລະກິດ ເປັນຕົ້ນແມ່ນ ການຜ່ອນຊຳລະພາສີ ອາກອນ, ການຍົກເວັ້ນຄ່າບໍລິການບາງປະເພດ ແລະ ອຶ່ນໆ.

About admin11