ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ສ້າງຂະບວນການສະກັດກັ້ນການແຜ່ລະບາດໄຂ້ຍຸງລາຍ


ຕອນເຊົ້າ ວັນທີ 07 ສິງຫາ 2020 ນີ້, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໄດ້ສ້າງຂະບວນການອອກແຮງງານອະນາໄມ ແລະ ສີດພົ່ນຢາຂ້າຍຸງ ຢູ່ບໍລິເວນປົດຄ້າຍ ແລະ ທີ່ພັກພາອາໃສຂອງນັກໂທດ-ດັດສ້າງ, ໂດຍມີ ທ່ານ ພັນຕີ ວຽງແກ້ວ ພຽນວົງ ຮອງຫົວໜ້າ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ນຳພາ, ມີບັນດາຫົວໜ້າພະແນກ, ຄະນະພະແນກ, ຄະນະກອງຮອ້ຍ, ຕະຫຼອດຮອດພະນັກງານ-ນັກຮົບ ຄ້າຍຄຸມຂັງ-ດັດສ້າາງ ເຂົ້າຮ່ວມ ຢ່າງເປັນຂະບວນຄຶກຄື້ນ.


ການສ້າງຂະບວນການອອກແຮງງານອະນາໄມ ແລະ ສີດພົ່ນຢາຂ້າຍຸງໃນຄັ້ງນີ້ ແມ່ນເພື່ອເປັນການກຳຈັດການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ ທີ່ພວມເປັນໄພຂົ່ມຂູ່ຊີວິດຂອງປະຊາຊົນລາວເຊີ່ງບັນດາພະນັກງານ-ນັກຮົບ ໄດ້ສາມັກຄີກັນອອກແຮງງານ-ອະນາໄມ, ຕັດຫຍ້າ, ເກັບຂີ້ເຫຍື້ອ ແລະ ສິດພົ່ນຢາຂ້າຍຸງ ຢູ່ບໍລິເວນສະຖານທີ່ປົດຄ້າຍ ແລະ ທີ່ພັກພາອາໃສຂອງນັກໂທດ-ດັດສ້າງ.

ການອອກແຮງງານລວມຄັ້ງນີ້ ນອກຈາກເປັນການປາບ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍແລ້ວ ຍັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ທັງເປັນການພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະຮ່ວມກັນ, ແນ່ໃສ່ສ້າງໃຫ້ພະນັກງານ-ນັກຮົບ ມີຄວາມດຸໝັ່ນຫ້າວຫັນໃນການອອກແຮງງານ ກໍ່ຄືຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ພ້ອມພຽງຮຽງໜ້າກັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດຕິພາບ ຕາມລະດັບຄາດໝາຍທີ່ວາງໄວ້.

About admin11