ເມືອງວຽງທອງ ເຜີຍແຜ່ນິຕິກໍາຄຸ້ມຄອງພົນລະເມືອງ

      ຕອນເຊົ້າຂອງວັນທີ 23 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ພະແນກພາຍໃນແຂວງໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ວຽກງານຄຸ້ມຄອງພົນລະເມືອງ ໃຫ້ແກ່ຫົວໜ້າ ແລະ ຄະນະຫ້ອງການ ໂດຍການເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ, ທ່ານ ສົມເພັດ ຄໍາມະນີ ຫົວໜ້າພະແນກພາຍໃນແຂວງບໍລິຄໍາໄຊ, ມີຫົວໜ້າ ພ້ອມດ້ວຍຄະນະແຕ່ລະຫ້ອງການພາຍໃນເມືອງວຽງທອງເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການເຜີຍແຜ່ບັນດາເນື້ອໃນແຕ່ລະມາດຕາຂອງກົດໝາຍ ວ່າດ້ວຍທະບຽນຄອບຄົວ (ສະບັບປັບປຸງ) ເລກທີ44/ສພຊ, ດໍາລັດເລກທີ 184/ລບ, ລົງວັນທີ 10 ມີນາ 2021 ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ, ຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍທະບຽນຄອບຄົວ ຢູ່ໃນຄວາມຮັບຜິດຊອບຂອງຂະແໜງພາຍໃນ. ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາເພື່ອຄວາມເຂົ້າໃຈຢ່າງຈະແຈ້ງ.

ຈຸດປະສົງກໍ່ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຮັບຮູ້, ເຂົ້າໃຈ, ກໍາໄດ້ບັນດາເນື້ອໃນ ແລະ ສາມາດນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມຂັ້ນຕອນ-ຫຼັກການທີ່ໄດ້ກໍານົດໄວ້.

About admin11