ເຈົ້າແຂວງ ເນັ້ນໃຫ້ຂົງເຂດ ຍທຂ ເອົາໃຈໃສ່ດ້ານວຽກພັກ-ພະນັກງານ

ໃນຕອນເຊົ້າຂອງວັນທີ 24 ພະຈິກ 2021 ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຂົງເຂດໂຍທາທິການ ແລະ ຂົນສົ່ງແຂວງ.

ທ່ານ ວິໄຊ ພູມີ ກຳມະການພັກແຂວງ ຫົວໜ້າພະແນກ ຍທຂ ແຂວງ ໄດ້ຂຶ້ນລາຍງານການປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ວ່າ: ພະແນກ ຍທຂ ແຂວງບໍລິຄຳໄຊ ປະກອບມີ 8 ຂະແໜງການ 1 ກອງຄຸ້ມຄອງ ແລະ 2 ລັດວິສາຫະກິດທີ່ຂຶ້ນກັບ, ມີ 7 ຫ້ອງການ ຍທຂ ປະຈຳເມືອງ ມີພະນັກງານທັງໝົດ 155 ຄົນ ຍິງ 27, ທົ່ວແຂວງມີຕາໜ່າງເສັ້ນທາງ 225 ເສັ້ນ ໃນນັ້ນ ທາງຫຼວງແຫ່ງຊາດ 5 ເສັ້ນ, ແຂວງບໍລິຄຳໄຊ ມີຈຳນວນບ້ານທັງໝົດ 284 ບ້ານ ມີເສັ້ນທາງເຂົ້າຫາບ້ານທຽວໄດ້ຕະຫຼອດປີ 267 ບ້ານ ເທົ່າກັບ 94,01% ແລະ ທຽວໄດ້ແຕ່ລະດູແລ້ງ 17 ບ້ານ ເທົ່າກັບ 5,98%, ພົ້ນເດັ່ນ ແມ່ນໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ກໍ່ສ້າງຂົວປະຕິບັດໄດ້ 16,11% ລື່ນແຜນ, ກໍ່ສ້າງທາງເຂົ້າຂົວ ແລະ ອາຄານດ່ານ ປະຕິບັດໄດ້ 21,47% ລື່ນແຜນ, ຍົກລະດັບສ້ອມແປງປູຢາງເຂດຊຸມຊົນ ແລະ ຄ້ອຍຊັນ ທຶນຂອງທະນາຄານໂລກ ປີທີ 1 ສຳເລັດ 100%, ຕໍ່ປີທີ 2 ປະຕິບັດໄດ້ 50 ກວ່າເປີເຊັນ ແລະ ປີທີ 3 ກຳລັງດຳເນີນການ, ປີ 2021 ມີບໍລິມາດຂົນສົ່ງສິນຄ້າ 1,45 ລ້ານໂຕນ, ພາຫະນະເຂົ້າ-ອອກ 6.702 ຄັນ, ອອກອະນຸຍາດດູດຫີນຊາຍ 54 ຫົວໜ່ວຍ 119 ເຮັກຕາ ພົ້ນເດັ່ນ ໄດ້ກວດກາປະເມີນຜົນ ຍົກເລີກດຳເນີນທຸລະກິດ ຈຳນວນ 7 ຫົວໜ່ວຍ.

ຈາກນັ້ນ ທ່ານເຈົ້າແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານດັ່ງກ່າວທີ່ຍາດມາໄດ້ນັ້ນ ພ້ອມນີ້ ທ່ານຍັງໃຫ້ທິດຊີ້ນຳບາງວຽກງານເປັນຕົ້ນແມ່ນ ການຊີ້ນຳ-ນຳພາແບບແຜນວິທີເຮັດວຽກ ໃຫ້ເອົາໃຈໃສ່ສຶກສາອົບຮົມກາກນເມືອງແນວຄິດໃຫ້ແກ່ສະມາຊິກພັກ ພະນັກງານເປັນປົກກະຕິ, ພະນັກງານແມ່ນປັດໃຈຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ວຽກງານພະນັກງານແມ່ນຂອດກຸນແຈສຳຄັນໃນການຈັດຕັ້ງປະຕິບັດ ບົດບາດການນຳພາຂອງພັກ ພັກເປັນຜູ້ວາງນະໂຍບາຍ ແຕ່ພະນັກງານເປັນຜູ້ຜັນຂະຫຍາຍ, ຕ້ອງມີຈັນຍາບັນຕໍ່ວິຊາຊີບ, ການຈັດຕັ້ງ, ປະຊາຊົນ ແລະ ສັງຄົມ, ມີແບບແຜນວິທີເຮັດວຽກ, ສ່ອງແສງລາຍງານໃຫ້ເປັນປົກປະຕິ, ວຽກງານພັກ ກໍ່ຕ້ອງມີການກໍ່ສ້າງພັກທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນວິທີນຳພາຂອງພັກ.

ວຽກງານພະນັກງານມີ 8 ບັນຫາຕົ້ນຕໍຄື ການກໍ່ສ້າງ ແລະ ແຜນກຳນົດພະນັກງານ, ການບຳລຸງກໍ່ສ້າງພະນັກງານ, ການຄຸ້ມຄອງ, ການແຕ່ງຕັ້ງຊັບຊ້ອນຈັດວາງພະນັກງານ, ການຕີລາປະເມີນຜົນຂອງພະນັກງານ, ການປະຕິບັດນະໂຍບາຍຕໍ່ພະນັກງານ, ການປະຕິບັດລົງວິໄນ ແລະ ການປັບປຸງກົງຈັກການຈັດຕັ້ງ ໃຫ້ແທດເໝາະກັບຄວາມຕ້ອງການຂອງໜ້າວຽກ ເພື່ອໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admins16