ບ້ານມີໄຊ ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII

     ໃນວັນທີ 22 ພະຈິກ 2021 ບ້ານ ມີໄຊ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນຂື້ນ ຢູ່ຫ້ອງປະຊຸມຂອງບ້ານ ພາຍໃຕ້ການເປັນປະທານຂອງ ທ່ານ ໄມສູງ ວົງນາສານ ເລຂາພັກບ້ານ – ນາຍບ້ານມີໄຊ,  ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດວງໃຈ ພົມມີໄຊ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງວຽງທອງ, ມີພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງບ້ານຕາມ 5 ໜ່ວຍງານ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ກອງປະຊຸມ ທ່ານ ໄມສູງ ວົງນາສານ ນາຍບ້ານມີໄຊ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມທ່ານໄດ້ຕີລາຄາຄືນການຊີ້ນຳ- ນຳພາຂອງຄະນະພັກໃນການປະຕິບັດວຽກງານຢ່າງຮອບດ້ານໄລຍະ 5 ປີ. ຜ່ານມາຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊີກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ. ບ້ານມີ 143 ຫຼັງຄາເຮືອນ, ມີ 172 ຄອບຄົວ, ມີພົນລະ ເມືອງ 893 ຄົນຍິງ 423 ຄົນ, ໃນນັ້ນ ມີສະມາຊິກພັກ 19 ສະຫາຍ, ຍິງ 2 ສະຫາຍ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດນາ, ເຮັດໄຮ່,​ ປູກພືດ ແລະ ຄ້າຂາຍ, ລ້ຽງສັດເປັນສຳຮອງ, ໃນບ້ານມີເນື້ອທີນາ 21 ເຮັກຕ່າ, ເນື້ອທີ່ໄຮ່ໝູນວຽນ 122 ເຮັກຕ່າ, ມີສັດລ້ຽງປະເພດງົວ ຈໍານວນ 200 ໂຕ, ຄວາຍ 95 ໂຕ, ໝູ່ 50 ໂຕ, ແບ້ 40 ໂຕ ແລະ ສັດປີກຈໍານວນ  530 ໂຕ, ບ້ານມີຄອບຄົວພົ້ນທຸກຈຳນວນ 104 ຄອບຄົວ,​ ຄອບຄົົວແບບຢ່າງທາງດ້ານສາທາລະນະສຸກ 172 ຄອບຄົວ, ຄອບຄົວປອດຢາເສບຕິດ 165 ຄອບຄົວ. ກອງປະຊຸມໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າເພື່ອເປັນບ່ອນອີງໃນການນຳພາ-ຊີ້ນໍາພັດທະນາ ບ້ານ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານ ແລະ ຄະນະບ້ານຊຸດໃໝ່ເຊີ່ງໄດ້ເລືອກເອົາ ທ່ານ ໄມສູງ ວົງນາສານ ເປັນເລຂາພັກບ້ານ-ເປັນນາຍບ້ານ, ທ່ານ ໄຊເກົາວ່າງ ບຼົ່ງຫວັງຊົວ ເປັນຮອງເລຂາພັກບ້ານ-ເປັນຮອງນາຍບ້ານ, ທ່ານ ຄໍາອອນ ສີສະເກດ ເປັນກຳມະການເປັນຜູ້ກວດກາພັກ-ເປັນຮອງນາຍບ້ານ.

About admin11