ເມືອງວຽງທອງ ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ IV

ໃນຕອນເຊົ້າວັນທີ 31 ສິງຫາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ວຽງທອງ, ແຂວງ ບໍລິຄຳໄຊ ໄດ້ຈັດພິທີ ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບໍາລຸງ 45 ວັນ ຊຸດທີ IV ຂອງເມືອງວຽງທອງ ໃຫ້ຂະແໜງສຶກສາ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ທ່ານ ພູເຂົາເງິນ ອິນທະວົງ ຜູ້ອໍານວຍການໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍລິຄໍາໄຊ, ມີບັນດາຄູ-ອາຈານ, ຄະນະຮັບຜິດຊອບ, ນັກສຳມະນາກອນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ທອງລິດ ສິດທິອຳພາ ຫົວໜ້າຄະນະຈັດຕັ້ງເມືອງວຽງທອງ ໄດ້ຂື້ນຜ່ານບົດສະຫຼຸບການຮຽນ-ການສອນ ໃນບັ້ນຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບ 45 ວັນ ເຊີ່ງໄດ້ເລີມຮຽນມາແຕ່ວັນທີ 19 ມີຖຸນາ 2021 ໃຊ້ເວລາຮຽນທັງໝົດ 45 ວັນເຕັມ, ມີນັກສຳມະນາກອນຈາກຂະແໜງສຶກສາ ທັງໝົດ 68 ສະຫາຍ, ຍີງ 24 ສະຫາຍ, ມີຄູອາຈານຈາກພະນັກງານການນໍາ, ພະນັກງານຫຼັກແຫຼງຂັ້ນເມືອງຈຳນວນ 21 ທ່ານ, ຂັ້ນແຂວງ 10 ທ່ານ.

ໃນການຮຽນທິດສະດີການເມືອງ-ການປົກຄອງ ຄັ້ງນີ້ ນັກສຳມະນາກອນ ໄດ້ຮຽນຮູ້ຫຼັກສູດ 45 ວັນ ມີ: 5 ກຸ່ມວິຊາຮຽນ, ມີ 41 ບົດ, ມີຊົ່ວໂມງບັນຍາຍ 162 ຊົ່ວໂມງ, ຄົ້ນຄວ້າ-ສຳມະນາ 29 ຊົ່ວ ໂມງ, ແກ້ຂໍ້ຂ້ອງໃຈ 17 ຊົ່ວໂມງ, ຜ່ານການຮຽນ-ການສອນສາມາດຕີລາຄາຈັດປະເພດໃນທຸກກຸ່ມວິຊາຮຽນມີ: ເກຼດ A 38,53 %, ເກຼດB+ 49,71 %, ເກຼດB 11,76 %.

ຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນໃຫ້ບັນດານັກສໍາມະນາກອນ, ມອບໃບຍ້ອງຍໍ, ໃບຂອບໃຈ ຈໍານວນໜຶ່ງ ໃຫ້ບັນດາຄະນະຮັບຜິດຊອບ, ນັກສໍາມະນາກອນທີ່ດີເດັ່ນ ແລະ ຜູ້ປະກອບສ່ວນໃນບັ້ນຝຶກອົບຮົມ.

About admin11