ກຳມະບານຮາກຖານຫ້ອງວ່າການແຂວງ ເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ

ໃນຕອນເຊົ້າຂອງວັນທີ 2 ກັນຍາ 2021 ກຳມະບານຖາກຮານຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວຂຶ້ນ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການແຂວງ, ມີຄະນະຮາກຖານ ແລະ ສະມາຊິກກຳມະບານຮາກຫ້ອງວ່າການແຂວງເຂົ້າຮ່ວມ.

ທ່ານ ສາຍຄຳ ວົງຄຳທອງ ໄດ້ຍົກໃຫ້ເຫັນບາງເນື້ອໃນຂອງຂໍ້ແຂ່ງຂັນ 5 ເປັນເຈົ້າວ່າ: ຖືເອົາການປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າ ເປັນບັ້ນດຳເນີນຊີວິດການເມືອງເພື່ອປັບປຸງ ປົວແປງການຈັດຕັ້ງກຳມະບານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຊອກໃຫ້ເຫັນສະມາຊິກຳມະບານ ກຳມະກອນຜູ້ອອກແຮງງານທີ່ດີເດັ່ນ ເພື່ອຍ້ອງຍໍ ແລະ ສ້າງເປັນພະນັກງານສືບທອດປ່ຽນແທນ, ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ຊາດ, ຕໍ່ພັກ ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະມະຫາຊົນກວ້າງຂວາງ, ມີສະຕິຕໍ່ການຈັດຕັ້ງ, ຮູ້ຈຳແນກມິດ ແລະ ສັດຕູຢ່າງຈະແຈ້ງ, ປະຕິບັດກົດລະບຽບຂອງສະຫະພັນກຳມະບານລາວຢ່າງເຂັ້ມງວດ, ພັດທະນາສຸຂະພາບຕົນເອງໃຫ້ເຂັ້ມແຂງ ແລະ ມີຄວາມອົດທົນຕໍ່ການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ເຂົ້າຮ່ວມຄົ້ນຄວ້າ, ປະກອບຄຳເຫັນຕໍ່ການປັບປຸງ ການສ້າງນິຕິກຳທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດ ແລະ ຮູ້ນຳພາຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ສຳລັບເງື່ອນໄຂສະຫະພັນກຳມະບານແຕ່ລະຂັ້ນ ທີ່ຈະຢັ້ງຢືນ, ຮັບຮອງ ເປັນສະຫະພັນກຳມະບານ 5 ເປັນເຈົ້າ ຕ້ອງມີຈຳນວນກຳມະບານຮາກຖານທີ່ຂຶ້ນກັບ ໄດ້ຮັບການປະເມີນຜົນແຕ່ລະປີ 100%, ໃນນັ້ນ ໄດ້ຢັ້ງຢືນ ຮັບຮອງເປັນກຳມະບານຮາກຖານ 5 ເປັນເຈົ້າ ກວມ 85%, ຕ້ອງບໍ່ມີສະມາຊິກກຳມະບານ ຖືກລົງວິໄນ ຫຼື ຕັດອິດສະຫຼະພາບຕາມກົດໝາຍ, ຕ້ອງໄດ້ສຶກສາອົບຮົມແນວຄິດ ເຊື່ອຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ແລະ ຂອງສະຫະພັນກຳມະບານລາວ ຢ່າງໜ້ອຍ 5 ຄັ້ງຕໍ່ປີ.

ຈຸດປະສົງ ກໍ່ເພື່ອໃຫ້ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ມີຄວາມເປັນເອກະພາບກວ້າງຂວາງ, ເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ.

ໃນຕອນທ້າຍຂອງພິທີ ຍັງໄດ້ມີການມອບໃບຍ້ອງຍໍຂອງສູນກາງສະຫະພັນກຳມະບານລາວ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານກຳມະບານ ໃນໄລຍະ 1 ປີຜ່ານມາ ຈຳນວນ 67 ທ່ານ ຍິງ 26 ທ່ານ ເປັນກຽດມອບໂດຍທ່ານ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ.

About admins16