ປາກກະດິງ ປະກາດການແຕ່ງຕັ້ງ ຫົວໜ້າການທະຫານຜູ້ໃໝ່

ໃນຕອນເຊົ້າວັນທີ 31 ສິງຫາ 2021 ຢູ່ທີ່ສະໂມສອນກອງບັນຊາການທະຫານ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດການຈັດຕັ້ງກອງບັນຊາການທະຫານເມືອງ ເປັນກຽດເຂົ້້າຮ່ວມຂອງທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ທ່ານ ພັນເອກ ຄຳສາຍ ພັນດານຸວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ບໍລິຄຳໄຊ, ມີຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ພິທີໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ເລກທີ 3513/ກປທ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງ ຄະນະບັນຊາກອງບັນຊາການທະຫານ ເມືອງປາກກະດິງ ແຂວງບໍລິຄຳໄຊ ໂດຍ ແຕ່ງຕັ້ງ ພັນໂທ ຄຳສຸກ ວຽງວິໄລ ເປັນຫົວໜ້າການທະຫານ ແລະ ແຕ່ງຕັ້ງ ພັນຕີ ບຸນຍໍ ອິນທະວົງ ເປັນຮອງການທະຫານ ທັງເປັນຫົວໜ້າພະແນກພາລາທິການ.

ໃນພິທີ ຍັງໄດ້ຜ່ານຄຳສັ່ງຂອງກອງບັນຊາການທະຫານແຂວງບໍລິຄຳໄຊ ເລກທີ 280/ກບຊ, ລົງວັນທີ 25 ສິງຫາ 2021 ວ່າດ້ວຍການຍົກຍ້າຍ ພັນຕີ ສີສຸກ ແກ້ວມະນີ ຊ່ວຍວຽກຂະແໜງກໍ່ສ້າງຮາກຖານ ແລະ ຮ້ອຍເອກ ຄຳອ້ວນ ທັນຍາຈັກ ຫົວໜ້າຂະແໜງອຸປະໂພກ-ບໍລິໂພກ ຢູ່ກອງບັນຊາການທະຫານເມືອງປາກກະດິງ ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ.

ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງບໍລິຄຳໄຊ ເລກທີ 269/ກບຊ, ລົງວັນທີ 24 ສິງຫາ 2021 ວ່າດ້ວຍການອະນຸຍາດໃຫ້ ພັນຕີ ສີທາ ຈັນທະວົງ ຫົວໜ້າຂະແໜງນະໂຍບາຍ, ພັນຕີ ເຄນສີທາ ພັນທະສອນ ຫົວໜ້າຂະແໜງປະກັນສັງຄົມ, ຮ້ອຍເອກ ສາຍພິນ ກຳມະສິດ ຫົວໜ້າຂະແໜງກໍ່ສ້າງຮາກຖານ ແລະ ຮ້ອຍເອກ ຄຳຫຼ້າ ພົມມະວົງ ຫົວໜ້າຂະແໜງໂຄສະນາອົບຮົມ ຢູ່ກອງບັນຊາການທະຫານເມືອງປາກກະດິງ ພັກການເພື່ອກຽມຮັບເບ້ຍບຳນານ.

ໃນຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ທ່ານໄດ້ຊີ້ນຳໃຫ້ສະຫາຍທີ່ຖືກແຕ່ງຕັ້ງ ແລະ ຖືກຍົກຍ້າຍ ຈົ່ງເຊີດຊູໜ້າທີ່ວຽກງາານທີ່ຖືກມອບໝາຍ ແລະ ລົງເລິກຄົ້ນຄ້ວາເຊື່ອມຊືມພາລະບົດບາດຂອງຕົນໃຫ້ຮອບດ້ານ, ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ແຕ່ຂັ້ນກົມກອງຮອດຮາກຖານບ້ານໃຫ້ມີຄວາມພ້ອມໃນທຸກດ້ານ.

About admin11