ເມືອງວຽງທອງ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ໃນຕອນເຊົ້າວັນທີ 12 ມັງກອນ 2023 ຢູ່ສະໂມສອນກອງບັນຊາການທະຫານເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ມີພິທີຈັດສົ່ງອັດຖິກະດູກທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດໃນປາງສົງຄາມຢູ່ລາວ ເຊີ່ງຂຸດຄົ້ນໄດ້ຢູ່ເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍມວນຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະໄດ້ພ້ອມກັນຈູດທູບຕໍ່ໜ້າອັດຖິກະດູກເພື່ອໄວ້ອາໄລເຖິງດວງວິນຍານທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊິວິດປາງສົງຄາມຢູ່ລາວ ທີ່ຂຸດຄົ້ນໄດ້ຢູ່ເມືອງວຽງທອງຈຳນວນ 5 ອັດຖິ.

ຈາກນັ້ນ ທ່ານ ກໍ່ໄດ້ແນະນໍາໃຫ້ຄະນະໜ່ວຍງານຂຸດຄົ້ນເອົາໃຈໃສ່ໃນການຊອກຫາຂໍ້ມູນຕ່າງໆ ນຳພໍ່ແມ່ປະຊາຊົນບັນດາເຜົ່າ, ໃຫ້ແຕ່ລະພາກສ່ວນມີການສົມທົບຮ່ວມມືກັນຊອກຫາຂໍ້ມູນທີ່ເປັນໄປໄດ້ເພື່ອສືບຕໍ່ຊອກຂຸດຄົ້ນໃຫ້ໄດ້ຕາມແຜນທີ່ວາງອອກ. ພ້ອມນັ້ນ ກໍ່ໄດ້ມີພີທີເອົາອັດຖິກະດູກອອກຈາກສະໂມສອນກອງບັນຊາການທະຫານເມືອງມາຂື້ນລົດເພື່ອນຳໄປໄວ້ຢູ່ຫໍບູຊາອັດຖິຢູ່ແຂວງ.

About admins16