ມອບ – ຮັບ ຫົວໜ້າ 2 ຫ້ອງການ ເມືອງວຽງທອງ

ໃນຕອນບ່າຍວັນທີ 11 ມັງກອນ 2023 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີພີທີ ມອບ – ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງ, ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກຂົງເຂດເສດຖະກິດ, ມີຄະນະປະຈໍາພັກເມືອງ,ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ພະແນກການພ້ອມດ້ວຍພະນັກງານພາຍໃນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງຜູ້ເກົ່າ, ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ຜູ້ເກົ່າ ໄດ້ຜັດປ່ຽນກັນຂື້ນຜ່ານບົດບັນທຶກການຊີ້ນໍາ-ນໍາພາວຽກຮອບດ້ານໂດຍຫຍໍ້ໃນໄລຍະຜ່ານມາ ພ້ອມທັງ ຜ່ານບົດມອບ-ຮັບໜ້າທີ່ວຽກງານຂອງຫ້ອງການ.

ຈາກນັ້ນ ກໍ່ໄດ້ມີການເຊັນມອບ-ຮັບໜ້າທີ່ ຢ່າງເປັນທາງການ ລະຫວ່າງ ທ່ານ ຂັນທະລາ ສຸຂະນຸວົງ ຫົວໜ້າຫ້ອງການ ຍທຂ ຜູ້ເກົ່າ ແລະ ທ່ານ ກອງແກ້ວ ທໍາມະວົງ ຜູ້ໃໝ່, ທ່ານ ສົມບູນ ວົງພະຈັນ ຫົວໜ້າຫ້ອງການ ຜທ ເມືອງຜູ້ເກົ່າ ແລະ ທ່ານ ຂັນທະລາ ສຸຂະນຸວົງ ຜູ້ໃໝ່.

ຕອນທ້າຍພິທີ ຍັງໄດ້ຮັບຟັງການໂອ້ລົມຊີ້ນຳ ຈາກທ່ານຮອງເຈົ້າເມືອງ ເຊີ່ງທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ີພັກ – ລັດຂັ້ນເທີງມອບໝາຍໃຫ້, ສືບຕໍ່ນຳພາແນວຄິດການເມືອງພະນັກງານຢູ່ໃນຄວາມຮັບຜິດຊອບຂອງຕົນ, ປັບປຸງແບບແຜນວິທີເຮັດວຽກ ພ້ອມທັງນໍາພາເປັນໝູ່ຄະນະ ເອົາໃຈໃສ່ຮັກສາໃຫ້ມີຄວາມສາມັກຄີທັງພາຍໃນ, ພາຍນອກ ເພື່ອພ້ອມກັນເຮັດສຳເລັດຜົນ ທຸກໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້.

About admins16