ບໍລິຄຳໄຊ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງແຂງແຮງ

ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີ ໄລຍະຜ່ານມາໄດ້ສຸມໃສ່ຫາຍວຽກງານສໍາຄັນ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2022 ໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2023 ຢູ່ຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ໃນໄລຍະ 6 ເດືອນ ທ້າຍປີ 2022 ໄດ້ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ ບັນດາອກະສານ, ກົດໝາຍ ແລະ ນິຕິກໍາກ່ຽວຂ້ອງ ຜ່ານຊ່ອງທາງຕ່າງໆ ເປັນຕົ້ນແມ່ນສື່ສິ່ງພີມ, ສື່ອອນລາຍ ແລະ ອື່ນໆ, ພ້ອມນັ້ນ ຍັງໄດ້ລົງໂຄສະນາ, ເຜີຍແຜ່ ຢູ່ເມືອງ, ບ້ານ, ສໍານັກງານອົງການ, ໂຮງຮຽນ 42 ຄັ້ງ, ມີຜູ້ເຂົ້າຮ່ວມ 4.241 ຄົນ, ທໍາລາຍສວນຝິ່ນ 6 ສວນ ເນື້ອທີ່ 0,5 ເຮັກຕາ, ສວນຄັນຊາ 212 ສວນ ເນື້ອທີ່ 128,4 ເຮັກຕາ, ມ້າງຄະດີຢາເສບຕິດໄດ້ 167 ເລື່ອງ, ກັກຜູຖືກຫາ 292 ຄົນ, ຍຶດຂອງກາງຢາບ້າໄດ້ 74.020 ເມັດ, ເຮໂລອິນ 3,5 ກິໂລກຼາມ, ຄັນຊາແຫ້ງ 6 ພັນກວ່າກິໂລ, ກາເຟປະສົມສານເສບຕິດ 784 ຊອງ, ກາເຟປ໋ອງປະສົມສານເສບຕິດ 87 ປ໋ອງ, ປືນ 4 ກະບອກ, ລູກປືນ 6 ລູກ, ໝາກແຕກ 2 ໜ່ວຍ, ລົດໃຫຍ່ 16 ຄັນ, ລົດຈັກ 41 ຄັນ, ລົດຊິ້ງ 1 ຄັນ ແລະ ຂອງກາງອື່ນໆອີກຈໍານວນໜຶ່ງ.

ພ້ອມນັ້ນ ວຽກງານກອງທຶນກວດກາ, ຄຸ້ມຄອງຢາເສບຕິດ, ວຽກງານປິ່ນປົວຟື້ນຟູສຸຂະພາບ, ຝຶກອົບຮົມວິຊາຊີບ ໃຫ້ຜູ້ຕິດຢາເສບຕິດ, ວຽກງານແລກປ່ຽນຂໍ້ມູນຂ່າວສານ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການແກ້ໄຂ, ປັບປຸງ ແລະ ຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ.

About admins14