ເມືອງວຽງທອງ ຈັດກິດຈະກຳເຕະບານມິດຕະພາບ ສະເຫຼີມສະຫຼອງປີສາມັກຄີ ລາວ-ຫວຽດນາມ

ໃນຕອນແລງຂອງວັນທີ27ກັນຍາ2022ຢູ່ເດີນກິລາບານເຕະມະໄລລັກບ້ານທ່າແພເມືອງວຽງທອງແຂວງບໍລິຄຳໄຊ, ການນຳເມືອງວຽງທອງ ສົມທົບກັບສະມະຄົມນັກທຸລະກິດໜຸ່ມຂອງເມືອງ ໄດ້ແຂ່ງຂັນກິລາເຕະບານມິດຕະພາບກັບບໍລິສັດພັດທະນາເຂດພູດອຍ MOD ແລະ ນັກທຸລະກິດຊາວຫວຽດນາມທີ່ມາເຄື່ອນໄຫວເຮັດທຸລະກິດຢູ່ເມືອງວຽງທອງ ເພື່ອສະເຫຼີມສະຫຼອງປີສາມະຄີລາວ-ຫວຽດນາມປີ2022 ໂດຍມີ ທ່ານ ອາລຸນສັກ ປະທໍາມະວົງຮອງ ເຈົ້າເມືອງວຽງທອງ, ມີຄະນະອຳນວຍການ ບໍລິສັດພັດທະນາເຂດພູດອຍ MOD ພ້ອມດ້ວຍນັກກິລາທັງສອງທີມ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມ.

ການແຂງຂັນກິລາຄັ້ງນີ້ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງປີສາມະຄີມິດຕະພາບລາວ-ຫວຽດນາມ,ຫວຽດນາມ-ລາວ : 60ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 45 ປີແຫ່ງການເຊັນສົນທິສັນຍາມິດຕະພາບອັນຍີ່ງໃຫຍ່ຄວາມສາມະຄີພິເສດແລະການຮ່ວມມືຮອບດ້ານລະຫ່ວາງສອງພັກ – ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ,ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຍີ່ງໆຂື້ນ.

About admins16