ສສຊ,ສສຂ ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງເມືອງທ່າພະບາດ

ໃນລະຫວ່າງ ວັນທີ 19 – 22 ກັນຍາ 2022 ຜ່ານມານີ້ ທ່ານ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ ຮ່ວມກັບຄະນະ ສະມາຊິກສະພາປະຊາຊົນແຂວງ ບໍລິຄໍາໄຊ ໂດຍມີ ທ່ານ ສະຫວັນເພັດ ຈັນທະວົງສາ ຮອງເລຂາພັກເມືອງ ທ່າພະບາດຫົວໜ້າຄະນະ ສສຂ ປະຈໍາເຂດເລືອກຕັ້ງ ເມືອງ ທ່າພະບາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເມືອງທ່າພະບາດ ໂດຍການຕ້ອນຮັບຂອງທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ ເຈົ້າເມືອງ ທ່າພະບາດ ແລະ ອໍານາດການປົກຄອງເມືອງ – ບ້ານ ແລະ ປະຊາຊົນ ຢ່າງອົບອຸ່ນ.

ຈຸດປະສົງການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ່ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງ ບໍລິຄໍາໄຊ ຊຸດທີ II ທີ່ຕິດພັນກັບການຮັບຟັງຄໍາຄິດຄໍາເຫັນຄໍາສະເໜີຂອງປະຊາຊົນ. ໃນການລົງເຄື່ອນໄຫວເຜີຍແຜ່ຢູ່ 8 ຈຸດຄື:  ບ້ານ ຍ່ອຍໄຮ, ບ້ານ ໜອງເກີນ, ບ້ານ ທ່າບົກ, ບ້ານ ໂພນງາມ, ຫ້ອງການວ່າການເມືອງ ທ່າພະບາດ, ກອງບັນຊາການ ກອງພັນທະຫານ 619, ໂຮງຮຽນທະຫານຊາຍແດນ 712, ແລະ ກຸ່ມຜະລິດຄົບວົງຈອນໜອງໝາກຈັບ ນອກນັ້ນ ທາງຄະນະຍັງໄດ້ລົງຢ້ຽມຢາມ ກຸ່ມການຜະລິດເຂົ້າເປັນສິນຄ້າບ້ານທວາຍ, ສວນປູກໝາກແຕງເມລອນ ທ່າພະບາດ ແລະ ການລົງທຶນລ້ຽງສັດ ເພັດມະນີຟາມ ເພື່ອຊຸກຍູ້ສົ່ງເສີມ ຕິດພັນກັບປະຕິວັດວາລະແຫ່ງຊາດວ່າດ້ວຍວ່າລະແຫ່ງຊາດ ແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ແລະ ໄດ້ເຂົ້າຮ່ວມເຮັດວຽກຮ່ວມກັບ ທ່ານ ພົຕ ປອ ວົງສັກ ພັນທະວົງ ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ໃນການລົງຕິດຕາມກວດກາວຽກຂົງເຂດ ປກຊ-ປກສ ແລະ ສະຫະພັນນັກຮົບເກົ່າ ຕິດພັນກັບວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ບັນດາຊາຍແດນລະຫວ່າງປະເທດ ຢູ່ທະຫານຊາຍແດນ 254 ດອນຄອນລາດ.

ໃນໂອກາດທີ່ຄະນະ ລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້ຍັງໄດ້ມອບອຸປະກອນການຮຽນ ແລະ ເຄື່ອນຫຼິ້ນກິລາແລະຊີມັງໃຫ້ອົງການປົກຄອງບ້ານ, ຂະແໜງການສຶກສາ, ກໍາລັງປ້ອງການຊາດແລະພໍ່ແມ່ປະຊາຊົນຊົນບັນດາເຜົ່າທີ່ບໍ່ທັນພົ້ນທຸກ

About admins16