ຍົກລະດັບການສ້າງຄວາມເຂັ້ມແຂງໃຫ້ຄະນະສິນເຊື່ອ 10 ບ້ານຂອງໂຄງການລາວ 030 ທີ່ເມືອງ ວຽງທອງ

ວັນທີ 26 ກັນຍາ 2022 ຢູ່ຫ້ອງການບ້ານນ້ຳຢ້າງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຝືກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກອງທຶນສິນເຊື່ອບ້ານ ຂອງແຜນງານລາວ 030 ໃຫ້ 10 ບ້ານ ທີ່ນອນຢູ່ໃນໂຄງການ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີປະທານສະຫະພັນແມ່ຍິງເມືອງ, ຄະນະທີມງານຄູຝຶກ, ຄະນະກອງທຶນສິນເຊື່ອບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທີມງານຄູຝືກ ໄດ້ຜັດປ່ຽນກັນຂື້ນບັນລະຍາຍເອກະສານຕ່າງໆ ໃຫ້ຄະນະສິນເຊື່ອບ້ານທີ່ເຂົ້າຮ່ວມ 10 ບ້ານ ຄື: ບ້ານ ນາຊວງ, ສົບນາ, ຫີນໂງນ, ນາດີ, ກົກຂາມ, ວັງແປ້ນ, ຜາບໍ່, ໂພນເມືອງ, ຄອນຕ່າວ ແລະ ບ້ານ ນາໂທ ທີ່ນອນຢູ່ໃນໂຄງການລາວ 030 ເປັນຕົ້ນແມ່ນ: ເອກະສານການຕັ້ງເປົາໝາຍດ້ານການເງິນ, ການວ່າງແຜນ, ການບໍລິຫານ ແລະ ການທ້ອນເງິນຢ່າງມີປະສິດທິພາບ, ຝຶກສ້າງຕາຕະລາງລາຍຮັບ – ລາຍຈ່າຍປະຈຳເດືອນ, ແຫຼ່ງເງິນທຶນ, ການກູ້ຢືມ ແລະ ທຶນຂອງຕົນເອງ, ການກູ້ຢືມທີ່ມີຄວາມຮັບຜິດຊອບ, ອະທິບາຍຈຸດດີ, ຈຸດອ່ອນ ລະຫວ່າງການນຳໃຊ້ທຶນສ່ວນຕົວ ແລະ ເງິນກູ້ສຳລັບກິດຈະກຳ, ການບໍລິຫານກອງທຶນ, ວາງແຜນທຸລະກິດຂະໜາດນ້ອຍ, ຄວາມຮູ້ພື້ນຖານທາງດ້ານການເງິນ, ການວາງແຜນທຸລະກິດຂະໜາດຄອບຄົວ, ທົບທວນຄືນການບັນທຶກບັນຊີ ແລະ ຝືກອົບຮົມ IT ການນໍາໃຊ້ຄອມພິວເຕີ.

ໃນພິທີ ຍັງໄດ້ມີການມອບ – ຮັບຄອມພິວເຕີ ແລະ ເຄື່ອງປີ້ນເຕີໃຫ້ບ້ານລະ 1 ຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານ, ການຝຶກອົບຮົມຄັ້ງນີ້ ຈະໃຊ້ເວລາ 4 ວັນຈຶ່ງຈະສຳເລັດ.

About admins16