ເມືອງວຽງທອງ ຈັດກອງປະຊຸມສ່ອງແສງສະພາບແນວຄິດ – ຫາງສຽງສັງຄົມ

ຕອນເຊົ້າຂອງວັນທີ 7 ຕຸລາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ຫ້ອງການໂຄສະນາອົບຮົມເມືອງ ໄດ້ຈັດກອງປະຊຸມລາຍງານສ່ອງແສງສະພາບແນວຄິດ – ຫາງສຽງສັງຄົມຂັ້ນເມືອງ ຕໍ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານຂັ້ນເມືອງ, ມີພະນັກງານຈາກສູນກາງ, ແຂວງ, ເມືອງ ເຂົ້າຮ່ວມ.

ທ່ານ ດວງໃຈ ພົມມີໄຊ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ການພັດທະນາພື້ນຖານໂຄງລ່າງ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຕິດພັນກັບວາລະແຫ່ງຊາດ, ວຽກງານສັງລວມເກັບກໍາຫາງສຽງສັງຄົມຂອງເມືອງ ເຊີ່ງໄດ້ປະຕິບັດຕາມສິດ, ພາລະບົດບາດ ເຮັດວຽກງານການເມືອງແນວຄິດຂອງພັກ, ເກັບກໍາສະພາບແນວຄິດດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຫາງສຽງສັງຄົມຕ່າງໆ ທີ່ພົ້ນເດັ່ນ ທີ່ມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະໄດ້ປຶກສາຫາລືຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ຊຸກຍູ້ສົ່ງເສີມດ້ານທີ່ຕັ້ງໜ້າ, ໄດ້ສັງລວມ, ວິເຄາະວິໄຈ, ລາຍງານຂໍທິດຊີ້ນໍາຈາກຂັ້ນເທິງແກ້ໄຂຈຸດບົກຜ່ອງທີ່ເປັນສາເຫດອຸດຕັນ, ປະກົດການຫຍໍ້ທໍ້ທຸກຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີ, ຂ່າວລື, ຂ່າວປອມທາງສື່ອອນລາຍຂອງກຸ່ມຄົນບໍ່ຫວັງດີ ບົນພື້ນຖານກໍານົດທິດ, ວິທີການ ແລະ ສ້າງຄວາມເປັນເອກະພາບໃນມາດຕະການປັບປຸງແກ້ໄຂຢ່າງຖືກຕ້ອງສອດຄ່ອງ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການເມືອງ – ແນວຄິດຢູ່ຂັ້ນເມືອງໃຫ້ດີເທື່ອລະກ້າວ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ຕໍ່ວຽກງານຫາງສຽງສັງຄົມຢ່າງມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດຕໍ່ໄປໃຫ້ໄດ້ຮັບຜົນດີ.

About admins16