ທ່າພະບາດ ຈັດງານບຸນປະເພນີການແຂ່ງຂັນຊ່ວງເຮືອ ຊິງຂັນເຈົ້າເມືອງ ປະຈໍາປີ 2022

ງານແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 05 – 06 ຕຸລາ  ທີ່ນໍ້າມັງ ເມືອງ ທ່າພະບາດ ໂດຍໃຫ້ກຽດເຂົ້າຮ່ວມຊົມ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ, ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍການນໍາຂັ້ນແຂວງ – ເມືອງ, ນັກທຸລະກິດ ແລະ ມວນຊົນທັງພາຍໃນ ແລະ ຕ່າງເມືອງ ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ການຈັດງານແຂ່ງຂັນຊ່ວງເຮືອຄັ້ງນີ້ ກໍ່ເພື່ອເສີມຂະຫຍາຍບຸນປະເພນີ ທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວລາວໃຫ້ກວ້າງຂວາງ ແລະ ກໍ່ເພື່ອເສີມສ້າງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ລະຫວ່າງບ້ານຕໍ່ບ້ານ ແລະ ຕ່າງເມືອງ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ສໍາລັບການແຂ່ງຂັນໄດ້ຈັດອອກເປັນ 2 ປະເພດ ຄື: ປະເພດເຮືອຊ່ວງຊາຍບໍ່ເກີນ 12 ສີພາຍ ປະກອບມີເຮືອເຂົ້າຮ່ວມ 19 ລໍາ ເປັນສາຍທົ່ວໄປ ມາຈາກຫຼາຍພາກສ່ວນຕ່າງເມືອງ, ແຂວງເຂົ້າຮ່ວມ ແລະ ປະເພດເຮືອຊ່ວງຊາຍບໍ່ເກີນ 10 ສີພາຍ ປະກອບມີ 19 ລໍາ ເປັນສາຍສະເພາະພາຍໃນເມືອງ, ເຊິ່ງພາບບັນຍາກາດ ການແຂ່ງຂັນ ເຕັມໄປດ້ວຍຄວາມເບິກບານມ່ວນຊື່ນມີຊີວິດຊີວາ ຮັກສາໄດ້ຄວາມສະຫງົບ ແລະ ຄວາມສາມັກຄີດ້ວຍນໍ້າໃຈນັກກິລາບັນດານັກສີພາຍເປັນຢ່າງດີ.

ຜ່ານການແຂ່ງຂັນຜົນປາກົດວ່າ: ປະເພດເຮືອຊ່ວງຊາຍບໍ່ເກີນ 12 ສີພາຍ ໄດ້ທີ 1 ແມ່ນ ທີມເຮືອຊ່ວງ ບໍລິສັດ ເດດນະຄອນຂົນສົ່ງ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນ 5.000.000 ກີບ, ທີ 2 ບ້ານ ຜາໂປງ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນ 3.000.000 ກີບ, ທີ 3 ບ້ານ ທ່າບົກ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນ 2.000.000 ກີບ ແລະ ອັນດັບທີ 4 ບ້ານ ຫາດໄຊ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ 1.200.000 ກີບ.

ສ່ວນປະເພດເຮືອຊ່ວງຊາຍບໍ່ເກີນ 10 ສີພາຍ, ທີ 1 ແມ່ນທີມເຮືອບ້ານ ຫາດໄຄ້ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3.000.000 ກີບ, ທີ 2 ກອງບັນຊາການທະຫານເມືອງທ່າພະບາດ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນ 2.000.000 ກີບ, ທີ 3 ໂຮງຮຽນ ມສ ທ່າພະບາດ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນ 1.500.000 ກີບ ແລະ ທີ 4 ບ້ານ ຜາໂປງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ 1.100.000 ກີບ.

ໃຫ້ກຽດມອບລາງວັນໂດຍ ທ່ານ ສົມສົດ ແສງພາພອນ ພ້ອມດ້ວຍຄະນະກໍາມະການ, ນອກນັ້ນ ຍັງມີນັກທຸລະກິດມາຈາກຫຼາຍພາກສ່ວນມອບເງິນສົບທົບທຶນເຂົ້າໃນງານບຸນປະເພນີແຂ່ງຂັນຊວງເຮືອ ແລະ ເປັນລາງວັນກໍາລັງໃຈໃຫ້ນັກກິລາ.

About admins16