ເມືອງປາກກະດິງ ປຶກສາຫາລື ລົງຊຸກຍູ້ການປູກພືດລະດູແລ້ງ

ຕອນເຊົ້າວັນທີ 7 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງປາກກະດິງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຊຸກຍູ້ການປູກພືດລະດູແລ້ງ ປີ 2022 – 2023 ຕິດພັນກັບວາລະແຫ່ງຊາດ ແລະ ການຄຸ້ມຄອງໂຮງງານປຸງແຕ່ງພືດຂັ້ນຕົ້ນ. ເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັດ ຄຳສຸກຖາວົງ ຮອງເຈົ້າເມືອງປາກກະດິງ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ດາລາພອນ ພົນສະຫວັດດີ ຄະນະພະແນກກະສິກຳ ແລະ ປ່າໄມ້ແຂວງແຂວງບໍລິຄຳໄຊ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການອຸດສາຫະກຳ – ການຄ້າເມືອງ ແລະ ພະນັກງານພາຍໃນຫ້ອງການກະສິກຳ-ປ່າໄມ້ ເຂົ້າຮ່ວມ.

ທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ – ປ່າໄມ້ເມືອງ ໄດ້ລາຍງານຫຍໍ້ກາປູກພືດລະດູແລ້ງໃນປີຜ່ານມາວ່າ ຊາວກະສິກອນມີຄວາມດຸໝັ່ນຂະຫຍັນພຽນ, ຫຼັງຈາກເກັບກ່ຽວພືດລະດູຝົນ ກໍ່ຫັນມາປູກພືດລະດູແລ້ງຂາຍເປັນສິນຄ້າ ເປັນຕົ້ນແມ່ນ: ໝາກອຶ, ໝາກແຕງ, ສາລີ ແລະ ພືດລົ້ມລຸກອີກຈຳນວນໜຶ່ງ ແຕ່ຍັງບໍ່ມີຕະຫຼາດຮອງຮັບທີ່ແນ່ນອນ ແລະ ໃນໂອກາດດຽວກັນນີ້, ພາກສ່ວນທີ່ກ່ຽວຂ້ອງກໍ່ຍັງໄດ້ພັດປ່ຽນກັນນຳສະເໜີຂໍຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເລກທີ 3736/ກປ ລົງວັນທີ 19 ສິງຫາ 2022 ວ່າດ້ວຍການຄຸ້ມຄອງໂຮງງານປຸງແຕ່ພືດ ແລະ ນຳສະເໜີ 3 ເອກະສານທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ.

ພ້ອມນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ ໂດຍຍົກເອົາທ່າແຮງ ແລະ ຄວາມຫຍຸ້ງຍາກໃນການປູກ – ການຂາຍພືດກະສິກຳລະດູແລ້ງ ປຶກສາຫາລືຫາທາງອອກທີ່ເປັນທ່າແຮງທີ່ດີລົງໄປຊຸກຍູ້ໃຫ້ຊາວກະສິກອນ.

About admins16